Vientiane Times Lao
ເປີດບໍລິການ ດ່ານສາກົນປາງມອນ

ເປີດບໍລິການ ດ່ານສາກົນປາງມອນ

ພິທີເປີດດ່ານສາກົນ ປາງມອນ ເມືອງຄອບ ແຂວງ ໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການ ໃນວັນທີ 1 ກຸມພາ 2020, ເປັນກຽດເຂົ້າຮ່ວມຂອງ ທ່ານ ທອງສະຫັວນ ພົມວິຫານ ຮອງລັດຖະມົນຕີກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໆໄຊຍະບູລີ, ທ່ານ ກະມົນ ຊຽງວົງ ເຈົ້າແຂວງໆ ພະເຍົາ ລາຊະອານາຈັກໄທ, ພ້ອມດ້ວຍແຂກທີ່ຖືກເຊີນທັງຝ່າຍ ລາວ, ໄທ ແລະ ຕ່າງປະເທດເຂົ້າ ຮ່ວມ. ໃນໂອກາດທີ່ເຂົ້າຮ່ວມພິທີ ທ່ານ ທອງສະຫວັນ ພົມວິຫານ ໄດ້ໃຫ້ກຽດກ່າວເປີດດ່ານສາກົນ ປາງມອນ ຢ່າງເປັນທາງການ ແລະ ລັ່ນຄ້ອງ 9 ບາດ ເພື່ອເປັນສີລິມຸງຄຸນ.

ດ່ານປາງມອນ ເມືອງຄອບ ແຂວງໄຊ ຍະບູລີ ຂອງ ລາວ ຊຶ່ງຕັ້ງຢູ່ເຊິ່ງໜ້າກັບ ດ່ານ ບ້ານ ຮວກ, ເມືອງພູຊາງ ແຂວງ ພະເຍົາ ປະເທດໄທ, ເປັນດິນຕໍ່ແຜນ ທີ່ມີເສັ້ນທາງເຊື່ອມຕໍ່ກັນ.

ໃນວັນທີ 30 ພະຈິກ 1992 ລັດຖະ ບານ ລາວ ໄດ້ເຫັນດີອະນຸມັດ ໃຫ້ເປີດເປັນດ່ານປະເພນີ ປາງມອນ ເພື່ອອຳນວຍຄວາມສະດວກໃນການ ໄປມາຫາສູ່ກັນ ແລະ ແລກປ່ຽນສິນຄ້າ ລະຫວ່າງ ປະຊາຊົນຊາວເມືອງຄອບ ແຂວງ ໄຊຍະບູລີ ແລະ ເມືອງ ພູຊາງ ແຂວງ ພະເຍົາ.

ມາຮອດປີ 2015-2016, ລັດຖະບານ ສປປ ລາວ ໄດ້ສ້າງເສັ້ນທາງເຊື່ອມ ຕໍ່ລະຫວ່າງຊາດ ຊຶ່ງໄດ້ມາດຕະຖານ ລະດັບອາຊຽນ ແລະ ໄດ້ສຳເລັດການ ກໍ່ສ້າງພື້ນຖານໂຄງລ່າງ ຂອງດ່ານປາງ ມອນ ຕາມການອະນຸມັດຂອງກະຊວງ ໂຍທາທິການ ແລະ ຂົນສົ່ງ ເພື່ອເຮັດໃຫ້ມີຄວາມສະດວກ ໃນການພົວພັນຮ່ວມມືທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງແຂວງ ໄຊຍະບູລີ ກັບ ແຂວງ ພະເຍົາ ກໍ່ຄື ລະຫວ່າງປະເທດລາວ ກັບ ປະເທດໄທ, ຊຶ່ງມີການຂະຫຍາຍຕົວ ແລະ ເພີ່ມທະວີຂຶ້ນຢ່າງຕໍ່ເນື່ອງ ແລະ ທັງເປັນການຮອງຮັບໃຫ້ແກ່ການເປັນປະຊາຄົມເສດຖະກິດອາຊຽນອີກດ້ວຍ.

ການຕັດສິນໃຈຍົກລະດັບຈາກດ່ານປະເພນີ ເປັນດ່ານສາກົນປາງມອນ ເມືອງຄອບ, ແຂວງ ໄຊຍະບູລີ ແມ່ນຍ້ອນ ຈຸດດັ່ງກ່າວນີ້ ມີທີຕັ້ງຍຸດທະສາດທາງດ້ານການບໍລິການທາງຜ່ານ ແລະ ການຄ້າໃນລະດັບອະນຸພາກພື້ນ, ເປັນປະຕູດ່ານເຊື່ອມໂຍງລະບຽງເສດຖະກິດລະຫວ່າງ 8 ແຂວງພາກເໜືອ ສປປ ລາວ ຫາ ພາກເໜືອຕອນເທິງ ຂອງປະເທດໄທ ( ນະຄອນຊຽງໃໝ່ ), ແລະ ຍັງເປັນແລວທາງເຊື່ອມຕໍ່ລະຫວ່າງ ພາກເໜືອຕອນເທິງ ຂອງປະເທດໄທ ກັບ ເມືອງມໍລະດົກໂລກຫຼວງພະບາງ ຂອງລາວຊຶ່ງຈະເຮັດໃຫ້ການພົວພັນ ທາງດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວ ລະຫວ່າງສອງແຂວງ ແລະ ແຂວງ ໃກ້ຄຽງຂອງສອງປະເທດ ມີຄວາມສະດວກຂື້ນກວ່າເກົ່າ ຊຶ່ງບໍ່ພຽງແຕ່ຈະນໍາເອົາຜົນປະໂຫຍດມາສູ່ແຂວງ ໄຊຍະບູລີເທົ່ານັ້ນ ແຕ່ຍັງຈະປະກອບສ່ວນເຂົ້າໃນການ ພັດທະນາລວມຂອງປະເທດລາວ, ທັງນີ້ເພື່ອບັນລຸແຜນຍຸທະສາດ ໃນການລືບລ້າງຄວາມທຸກຍາກ ແລະ ນໍາພາປະເທດລາວໃຫ້ຫຼຸດພົ້ນອອກຈາກສະຖານະພາບດ້ອຍພັດທະນາ.

ຂ່າວ ຈາກພະແນກ ຖະແຫຼງຂ່າວ ແຂວງໄຊຍະໄຊຍະບູລີ

Related Articles

Leave a Reply