ຕຶກສໍານັກງານ 3 ຊັ້ນຫຼັງໃໝ່ຂອງສູນວັດທະນະ ທຳ ຫວຽດນາມ ປະຈຳ ສປປ ລາວ ຕັ້ງຢູ່ແຄມ ຖະໜົນ 450 ປີ ນະຄອນຫຼວງວຽງຈັນ ໄດ້ເປີດຢ່າງເປັນທາງການໃນ ວັນທີ່ 6 ທັນວາ 2019 ໃຫ້ກຽດເຂົ້າຮ່ວມໂດຍ ສຈ. ດຣ. ກິແກ້ວ ໄຂຄໍາພິທູນ ລັດຖະມົນຕີ ກະຊວງຖະແຫຼງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ, ທ່ານ ຫງຽນ ຫງອກ ທ້ຽນ ລັດຖະມົນຕີ ກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ແຫ່ງ ສສ ຫວຽດນາມ, ເອກອັກຄະລັດຖະທູດຫວຽດນາມປະຈໍາລາວ ແລະ ພະນັກງານຈາກພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມຢ່າງພ້ອມພຽງ.
ສູນວັດທະນະທໍາ ສສ ຫວຽດນາມໄດ້ສ້າງ ຕັ້ງຂຶ້ນໃນ ສປປ ລາວປີ 1995 ແລະ ໄດ້ມີການ ເຄື່ອນໄຫວທາງດ້ານວັດທະນະທໍາຢ່າງຕັ້ງໜ້າ ແລະ ພາຍຫຼັງສຳນັກງານຫຼັງໃໝ່ໄດ້ສ້າງສໍາເລັດ ເຊິ່ງມີພື້ນທີ່ເກືອບ 1,4 ເຮັກຕາ ແລະ ຈະເປັນ ສະຖານທີ່ທີ່ເຄື່ອນໄຫວກິດຈະກຳຕ່າງໆ ທາງດ້ານວັດທະນະທໍາຂອງຫວຽດນາມ ຢູ່ລາວເຊັ່ນ: ສອນພາສາຫວຽດນາມ, ການຟ້ອນຊົນເຜົ່າ, ສິລະປະພື້ນເມືອງ, ການຈັດວາງສະແດງ ສິລະປະວັດທະນະທຳ ຕາມຫົວຂໍ້ເນື້ອໃນຕ່າງໆ, ການຈັດກິດຈະກຳທາງດ້ານຫໍສະໝຸດເພື່ອສາ ມາດຄົ້ນຫາຂໍ້ມູນດ້ານຂົງເຂດວຽກງານຕ່າງໆ ທີ່ກ່ຽວຂ້ອງກັບຫວຽດນາມ, ຈັດລາຍການສິ ລະປະເປັນປະຈຳໃນໂອກາດຕ່າງໆ, ແນະນຳວັດທະນະທຳ, ອາຫານການກິນ, ໂຄສະນາສົ່ງເສີມການທ່ອງທ່ຽວ ເພື່ອແນະນຳບັນດາເອກກະລັກວັດທະນາທຳ ຫວຽດນາມ ແລະ ທ່າແຮງການທ່ອງທ່ຽວ ຂອງຫວຽດນາມໃຫ້ປະຊາຊົນລາວຮັບຮູ້ ແລະ ຈະເປັນສູນພົບປະແລກປ່ຽນຂອງຊາວຫວຽດ ນາມທີ່ດຳລົງຊີວິດຢູ່ລາວ ແລະ ອື່ນໆ.
ຂ່າວ: ສົມພາວັນ
ພາບ: ວິສິດ