ໃນວັນທີ 21 ສິງຫາ 2025 ຜ່ານມານີ້, ນັກກິລາເພາະກາຍທີມຊາດລາວ ໄດ້ລົງແຂ່ງ 5 ຄົນ 5 ລາຍການ ຄື: Men’s Bodybuilding 70 kg, Men’s Athletic Physique up to 167 cm, Women’s Model Physique up to 160 cm, Women’s Model Physique up to 160 cm ແລະ Women’s Model Physique up to 165 cm, ໃນການແຂ່ງຂັນເພາະກາຍຊີງແຊ້ມອາຊຽນ ຄັ້ງທີ 19 ຫຼື 19th South East Asian Bodybuilding and Physique Sports Championships) ລະຫວ່າງວັນທີ 18-25 ສິງຫາ 2025 ທີ່ນະຄອນຫຼວງບາງກອກ ປະເທດໄທ.
ຜ່ານການແຂ່ງຂັນ 5 ລາຍການ, ນັກກິລາເພາະກາຍທີມຊາດລາວ ສາມາດຍາດມາໄດ້ 2 ຫຼຽນຄໍາ ແລະ 2 ຫຼຽນເງິນ ພ້ອມທັງຊະນະເລີດຄະແນນສະສົມທີມຍິງອີກດ້ວຍ: 2 ຫຼຽນຄໍາ ຈາກນາງ ເພັດຊະລາ ວັນນະສານ (Women’s Model Physique up to 160 cm) ແລະ ນາງ ເດດ ໄຊວັນດີ (Women’s Model Physique up to 165 cm), ສ່ວນ 2 ຫຼຽນເງິນ ຈາກທ້າວ ດາວວັງ ຫຼວງລາດ (Men’s Bodybuilding 70 kg) ແລະ ທ້າວ ຄໍາລີງ ຈະເລີນ (Men’s Athletic Physique up to 167 cm).