Vientiane Times Lao
ເມືອງງອຍເປັນເມືອງທ່ອງທ່ຽວທາງທຳມະຊາດ ແລະ ສໍາຜັດວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ

ເມືອງງອຍເປັນເມືອງທ່ອງທ່ຽວທາງທຳມະຊາດ ແລະ ສໍາຜັດວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ

ເມືອງງອຍ ແຂວງຫຼວງພະບາງ ເປັນເມືອງທີ່ງຽບສະຫງົບ, ມີສະເໜ່ເໝາະສຳລັບການທ່ອງທ່ຽວແບບສຳຜັດກັບທຳມະຊາດ ແລະ ວິຖີການດຳລົງຊີວິດຂອງປະຊາຊົນບັນດາເຜົ່າ, ເປັນເມືອງທີ່ຕັ້ງຢູ່ແຄມແມ່ນໍ້າອູ, ອ້ອມຮອບດ້ວຍພູຜາປ່າໄມ້ ແລະ ທຳມະຊາດທີ່ສວຍງາມເປັນເມືອງທ່ອງທ່ຽວທີ່ສາມາດດຶງດູດນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ.

ເມືອງງອຍ ຕັ້ງຢູ່ແຄມນໍ້າອູ ທາງທິດຕາເວັນຕົກສ່ຽງເໜືອຂອງແຂວງຫຼວງພະບາງ ຊຶ່ງນັກທ່ອງທ່ຽວສ່ວນຫຼາຍຈະເດີນທາງຈາກຫຼວງພະບາງ ໄປປະມານ 140 ກິໂລແມັດ ແລະ ໃຊ້ເວລາເດີນທາງດ້ວຍລົດປະມານ 3 ຊົ່ວໂມງ ຈົນຮອດເມືອງໜອງຂຽວ (ເທສະບານເມືອງງອຍປັດຈຸບັນ ). ຕະຫຼອດເສັ້ນທາງຈາກນະຄອນຫຼວງພະບາງ ໄປຫາໜອງຂຽວ ຈະມີບ້ານຊົນນະບົດຕັ້ງຢູ່ກະແຈກກະຈາຍລຽບຕາມສອງຂ້າງທາງ ໂດຍມີພູຜາ ແລະ ແມ່ນໍ້າອູ ທີ່ເປັນທິວທັດງົດງາມຕະຫຼອດທາງຈົນຮອດເມືອງໜອງຂຽວທີ່ຕັ້ງຢູ່ແຄມແມ່ນໍ້າອູ ຊຶ່ງເປັນເມືອງທີ່ກໍາລັງໄດ້ຮັບການພັດທະນາ ແລະ ເປັນອີກສະຖານທີ່ທ່ອງທ່ຽວທີ່ງົດງາມ. ບັນຍາກາດສົດຊື່ນ ແລະ ມີສະຖານທີ່ທ່ອງທ່ຽວຫຼາຍແຫ່ງທີ່ໄດ້ຮັບຄວາມສົນໃຈເຊັ່ນ: ຜາຊົມນາງ, ຜາແດງ, ຖໍ້າຜາຖອກ ແລະ ອື່ນໆ. ໃນນີ້ສິ່ງທີ່ດຶງດູດ ນັກທ່ອງທ່ຽວຫຼາຍທີ່ສຸດແມ່ນການຂີ່ເຮືອລ່ອງໄປຕາມລໍານໍ້າອູຊົມທຳມະຊາດພູຫີນປູນທີ່ສວຍງາມ ຊຶ່ງຕະຫຼອດໄລຍະການລ່ອງເຮືອ ຈະໄດ້ຊົມວິຖີການດຳລົງຊີວິດຂອງປະຊາຊົນທີ່ອາໄສຕາມແຄມນໍ້າອູແບບລຽບງ່າຍ ແຕ່ແຝງດ້ວຍມົນສະເໜ່ທີ່ດຶງດູດໃຈ ໂດຍສະເພາະແມ່ນການຊອກຢູ່ຫາກິນຕາມລໍາແມ່ນໍ້າອູທີ່ເໝືອນສາຍນໍ້າຫຼໍ່ລ້ຽງຜູ້ຄົນ ແລະ ສິ່ງມີຊີວິດໃນເມືອງແຫ່ງນີ້.

ບັນຍາກາດໃນຍາມເຊົ້າຢູ່ເມືອງງອຍແຫ່ງນີ້ຍິ່ງໜ້າຫຼົງໄຫຼ ເພາະອາກາດຈະເຢັນສົດຊື່ນ, ມີໝອກປົກຄຸມບາງສ່ວນ ແລະ ຈະມີພະສົງ-ສາມະເນນ ອອກມາບິນທະບາດທຸກເຊົ້າ ເໝາະສຳລັບນັກທ່ອງທ່ຽວທີ່ໜີຄວາມວຸ້ນວາຍມາຢູ່ຢ່າງສະຫງົບແບບຊົນນະບົດ.

ໂດຍ: ໄໝຄຳຍ້ອມສິນ

Related Articles

Leave a Reply