Vientiane Times Lao
ເມືອງສີໂຄດຕະບອງຕັ້ງຈຸດກວດກາການເຂົ້າ-ອອກ 7 ຈຸດ ເພື່ອຕ້ານພະຍາດ ໂຄວິດ-19

ເມືອງສີໂຄດຕະບອງຕັ້ງຈຸດກວດກາການເຂົ້າ-ອອກ 7 ຈຸດ ເພື່ອຕ້ານພະຍາດ ໂຄວິດ-19

ເມືອງສີໂຄດຕະບອງ ກໍ່ຄືເມືອງອື່ນໆ ໃນທົ່ວປະເທດໄດ້ມີການເຂັ້ມງວດກວດຄົນ ເຂົ້າ-ອອກ ແລະ ຜູ້ທີ່ສັນຈອນຕາມທ້ອງຖະໜົນພາຍໃນເມືອງ ໂດຍຜັນຂະຫຍາຍການຈັດຕັ້ງປະຕິບັດຕາມຄຳສັ່ງຂອງທ່ານນາຍົກລັດຖະມົນຕີ ເພື່ອປ້ອງກັນບໍ່ໃຫ້ເຊື້ອໂຄວິດ-19 ແຜ່ຂະຫຍາຍໃນວົງກວ້າງ.

ອຳນາດການປົກຄອງເມືອງສີໂຄດຕະບອງ ຕັ້ງຈຸດກວດກາການເຂົ້າ-ອອກພາຍໃນເມືອງ ຊົ່ວຄາວ 7 ຈຸດ ຢູ່ກຸ່ມເກົ້າລ້ຽວ, ກຸ່ມບ້ານໃໝ່, ກຸ່ມສີໄຄ, ກຸ່ມໜອງໜ້ຽວ, ກຸ່ມໜອງບຶກ, ກຸ່ມໜອງດ້ວງ ແລະ ກຸ່ມສີຖານ ເພື່ອເຜີຍແຜ່ການລະບາດ ແລະ ຜົນຮ້າຍຂອງພະຍາດ ໂຄວິດ-19 ໃຫ້ຜູ້ທີ່ໃຊ້ລົດໃຊ້ຖະໜົນໄດ້ຮັບຮູ້ ແລະ ເຂົ້າໃຈກ່ຽວກັບຜົນຮ້າຍຂອງພະຍາດດັ່ງກ່າວນີ້.

ນອກນັ້ນຍັງໃຊ້ມາດຕະການອື່ນເຊັ່ນວ່າ ຖ້າປະຊາຊົນທ່ານໃດບໍ່ມີວຽກຈຳເປັນ ຫ້າມອອກຈາກເຮືອນເປັນເດັດຂາດ ຖ້າພົບເຫັນຄັ້ງທຳອິດຈະມີການກ່າວເຕືອນ ຫຼື ເຮັດບົດບັນທຶກ ຖ້າຍັງຝ່າຝືນ ແມ່ນຈະດຳເນີນຄະດີຕາມລະບຽບກົດໝາຍ, ຊຶ່ງອຳນາດການປົກຄອງເມືອງສີໂຄດຕະບອງ ໄດ້ເລີ່ມກວດຄົນເຂົ້າ-ອອກເມືອງ ຢູ່ບັນດາຈຸດຕ່າງໆຕັ້ງແຕ່ວັນທີ 3 ເມສາ ທີ່ຜ່ານມາ.

ທ້າວ ແຫຼ້ ພໍ່ຄ້າສົ່ງປາຢູ່ຕະຫຼາດຫົວຂົວໄດ້ ກ່າວຕໍ່ທີມຂ່າວວຽງຈັນທາຍ ມື້ເຊົ້ານີ້ວ່າ: ລາວໄດ້ຖືກອໍານາດການປົກຄອງເມືອງສີໂຄດຕະບອງ ຕັກເຕືອນມື້ເຊົ້ານີ້ ແລະ ຖືກຖ່າຍຮູບລົດໄວ້ເປັນຫຼັກຖານ ຫ້າມຜ່ານເປັນເທື່ອທີ 2 ຖືວ່ານັບແຕ່ມື້ນີ້ເປັນຕົ້ນໄປ ເພີ່ນຈະບໍ່ສາມາດຜ່ານຈຸດກວດເຂດເມືອງ ດັ່ງກ່າວ ແຕ່ເພີ່ນຂໍຊົມເຊີຍກ່ຽວກັບມາດຕະການດັ່ງກ່າວ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply