Vientiane Times Lao
ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ​ ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155

ເລີ່ມ​ດຳ​ເນີນ​ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ​ ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155

ຕອນ​ເຊົ້າວັນ​ທີ 22 ກໍ​ລະ​ກົດ​ນີ້, ການ​ເຄື່ອນ​ໄຫວ​ລາດ​ຕະ​ເວນ​ຮ່ວມເພື່ອ​ບັງ​ຄັບ​ໃຊ້​ກົດ​ໝາຍ​ຕາມ​ແມ່​ນ້ຳ​ຂອງ ​ລະ​ຫວ່າງ​ຈີນ, ລາວ, ມຽນ​ມາ ແລະ ໄທ ຄັ້ງ​ທີ 155 ​ເລີ່ມ​ຕົ້ນ​ຂຶ້ນຢ່າງ​ເປັນ​ທາງ​ການ​.

ການ​ເຄື່ອນ​ໄຫ​ວ​ຄັ້ງ​ນີ້​ ຈະ​ດຳ​ເນີນ​ການ​ບັງ​ຄັບ​ໃຊ້​ກົດ​ໝາຍ​​ຮ່ວມ​ຊະ​ນິດ​ຕ່າງໆ ເຊັ່ນ: ກວດ​ສອບ​ຢາ​ເສບ​ຕິດ​ທາງ​ບົກ ​ແລະ ​ທາງ​ນ້ຳ, ​ຝຶກ​ອົບ​ຮົມ​​ຮ່ວມ​ກັນ ແ​ລະ​ ອື່​ນໆ​ ຢູ່​ເຂດສຳ​ຄັນ​ຂອງ​ແ​​ມ່​ນ້ຳ​ຂອງ, ສຸມ​ຄວາມ​ພະ​ຍາ​ຍາມ​ຮ່ວມ​ກັນ​ເພື່ອ​ປາບ​ປາມ​ອາດ​ຊະ​ຍາ​ກຳ​ຂ້າມ​ຊາດ​ທີ່​ຜິດ​ກົດ​ໝາຍປະ​ເພດ​ຕ່າງໆ ເຊັ່ນ: ​ຢາ​ເສບ​ຕິດ, ຫຼອກ​ລວງ​, ການ​ຄ້າ​ເຖື່ອນ ແລະ ​ການ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ເປັນ​ຕົ້ນ.

ການ​ເຄື່ອນ​ໄ​ຫວ​ຄັ້ງ​ນີ້​ຈະ​ດຳ​ເນີນ​ເປັນ​ເວ​ລາ 4 ວັນ 3 ຄືນ, ໃນ​ໄລ​ຍະ​ນີ້, ພາກ​ສ່ວນ ​ບັງ​ຄັບ​ໃຊ້​ກົດ​ໝາຍ​ທີ່​ກ່ຽວ​ຂ້ອງ​ຂອງຈີນ, ລາວ, ມຽນ​ມາ ​ແລະ​ ໄທ​ ຍັງ​ຈະ​ຈັດ​ກອງ​ປະ​ຊຸມ​ແລກ​ປ່ຽນ​ຂໍ້​ມູນ​ຫຼາຍ​ຝ່າຍ ເພື່ອ​ປຶກ​ສາ​ຫາ​ລື​ຈຸດ​ສຸມ​ໃນ​ການ​ຮ່ວມ​ມືບັງ​ຄັບ​ໃຊ້​ກົດ​ໝາຍ​ກ່ຽວ​ກັບ​ສະ​ຖາ​ນະ​ການ​ຄວາມ​ໝັ້ນ​ຄົງ​ຕາມ​ລ່ອງ​ແມ່​ນ້ຳ​ຂອງ​ໃນ​ຕໍ່ໜ້າ.

ຂ່າວ: CMG FM93

Related Articles

Leave a Reply