Vientiane Times Lao
ເລື່ອນການຈັດ 3 ງານໃຫຍ່ຢູ່ແຂວງຊຽງຂວາງ

ເລື່ອນການຈັດ 3 ງານໃຫຍ່ຢູ່ແຂວງຊຽງຂວາງ

ຫ້ອງວ່າການສໍານັກງານນາຍົກລັດຖະມົນຕີ ໄດ້ອອກແຈ້ງການມື້ວານນີ້ ວັນທີ 3 ມີນາ 2020 ເຖິງບັນດາລັດຖະມົນຕີ, ຫົວໜ້າອົງການທຽບເທົ່າ, ທ່ານເຈົ້າຄອງນະຄອນຫຼວງວຽງຈັນ ແລະ ບັນດາເຈົ້າແຂວງທົ່ວປະເທດ ໂດຍອີງຕາມການຕົກລົງ ແລະ ຊີ້ນໍາຂອງລັດຖະບານຄັ້ງວັນທີ 28 ກຸມພາ 2020 ໃຫ້ຊາບວ່າ: ໃຫ້ເລື່ອນການຈັດງານມະຫາກໍາກິລາແຫ່ງຊາດ ຄັ້ງທີ XI, ການສະເຫຼີມສະຫຼອງທົ່ງໄຫຫີນຖືກຮັບຮອງເປັນມໍລະດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ທີ່ຈະໄດ້ຈັດຂຶ້ນໃນວັນທີ 22 ມີນາ ທີ່ຈະມາເຖິງນີ້ ຢູ່ແຂວງ ຊຽງຂວາງອອກໄປກ່ອນ ຈົນກວ່າຈະສາມາດຄວບຄຸມການ​ລະ­ບາດ​ຂອງ​ພະ­ຍາດ​ COVID-19 ໄດ້.

ການລະບາດຂອງພະຍາດດັ່ງກ່າວມີຄວາມຮຸນແຮງ ໄດ້ແຜ່ລາມ ແລະ ໄດ້ເກີດຄວາມເສຍຫາຍຢ່າງຫຼວງຫຼາຍໃນຫຼາຍປະເທດ, ເພື່ອປ້ອງກັນການແຜ່ລະບາດຂອງພະຍາດດັ່ງກ່າວ ເຖິງແມ່ນວ່າ ສປປ ລາວ ຍັງບໍ່ພົບກໍລະນີຜູ້ຕິດເຊື້ອພະຍາດ ແຕ່ຢູ່ບັນດາປະເທດອ້ອມຂ້າງແມ່ນພົບການລະບາດດັ່ງກ່າວແລ້ວ. ຖ້າເກີດມີການຊຸມນຸມໃຫຍຈະເຮັດໃຫ້ມີຄວາມສ່ຽງຕໍ່ການຕິດເຊື້ອພະຍາດດັ່ງກ່າວ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ ແລະ ຖ້າຫາກມີການແຜ່ລະບາດຢູ່ ສປປ ລາວໃນສະພາບທີ່ພາຍໃນປະເທດຍັງມີຄວາມຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພື້ນຖານໂຄງລ່າງສາທາລະນະສຸກ, ອຸປະກອນການແພດ ແລະ ອື່ນໆຍັງບໍ່ທັນພຽງພໍ ຍິ່ງຈະມີຄວາມອັນຕະລາຍສູງຕໍ່ຊີວິດ ແລະ ຊັບສິນຂອງປະຊາຊົນ.

ແຈ້ງການຍັງໄດ້ລະບຸໄວ້ຕື່ມອີກວ່າ: ໃຫ້ກະຊວງສຶກສາທິການ ແລະ ກິລາ ເປັນເຈົ້າການສົມທົບກັບພາກສ່ວນກ່ຽວຂ້ອງລົງໄປສົມທົບກັບອໍານາດການປົກຄອງ ແຂວງຊຽງຂວາງ ເພື່ອແຈ້ງການຊີ້ນໍາຂອງຂັ້ນເທິງ ແລະ ອະທິບາຍສາເຫດໃນການເລື່ອນຈັດງານໃນຄັ້ງນີ້, ໃຫ້ກະຊວງ, ອົງການທຽບເທົ່າ, ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທົ່ວປະເທດ .

ນອກຈາກນີ້,ແຈ້ງໃຫ້ພະນັກງານຂອງຕົນ ຍົກສູງຄວາມລະມັດລະວັງໃນການເດີນທາງໄປປະຕິບັດໜ້າທີ່ວຽກງານ, ໄປສຶກສາຮໍ່າຮຽນ ຢູ່ປະເທດທີ່ມີການລະບາດຂອງພະຍາດດັ່ງກ່າວ ແລະ ອື່ນໆ, ໃຫ້ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ສົມທົບກັບກະຊວງສາທາລະນະສຸກ ເພີ່ມທະວີໂຄສະນາ ແລະ ເຜີຍແຜ່ຜ່ານສື່ຕ່າງໆໃຫ້ປະຊາຊົນທຸກທົ່ວໜ້າຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງກ່ຽວກັບການປ້ອງກັນພະຍາດດັ່ງກ່າວ ແລະ ອື່ນໆ.

ຂ່າວ: ວຽງຈັນທາຍ

ພາບ: ສັງຄົມໄຊ 

Related Articles

Leave a Reply