ກອງປະຊຸມລັດຖະບານສະໄໝສາມັນ ປະຈໍາເດືອນກຸມພາ 2020 ທີ່ໄດ້ຈັດຂຶ້ນໃນບໍ່ດົນມານີ້ ແມ່ນເຫັນດີໃນການຈັດງານມະຫາກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ ແຕ່ວ່າສໍາລັບການສະເຫຼີມສະຫຼອງທົ່ງໄຫຫີນ ເປັນມໍລະ ດົກໂລກ ແລະ ງານບຸນແຫ່ພະເຈົ້າອົງຫຼວງ ທີ່ເປັນ 2 ກິດຈະກໍາຈະຈັດຂຶ້ນໃນລະຫວ່າງມື້ເປີດງານມະຫາກໍາກິລາແຫ່ງຊາດດັ່ງກ່າວ ແມ່ນໃຫ້ເລື່ອນໄປກ່ອນແບບບໍ່ມີກໍານົດ.
ນອກນັ້ນໃນກອງປະຊຸມຄັ້ງນີ້, ສະມາຊິກລັດຖະບານ ໄດ້ມີການປຶກສາຫາລື ແລະ ຮັບຮອງເອົາຫຼາຍບັນຫາ ໂດຍສະເພາະ ສະພາບການປ້ອງກັນ, ຄວບຄຸມ ແລະ ມາດຕະການຮັບມືຕໍ່ການລະບາດ ແລະ ຜົນກະທົບ ຂອງການແຜ່ລະບາດພະຍາດອັກເສບປອດເຊື້ອຈຸລະໂລກສາຍພັນໃໝ່ (COVID-19), ການອອກວີຊາໃຫ້ນັກທ່ອງທ່ຽວ, ການຈັດງານມະຫະກໍາກິລາແຫ່ງຊາດ ທີ່ແຂວງຊຽງຂວາງ, ຮ່າງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX (2021-2025), ຮັບຮອງເອົາການສະເໜີປັບປຸງ ແລະ ສ້າງໃໝ່ ຮ່າງກົດໝາຍ ຈໍານວນ 5 ສະບັບ, ການຄຸ້ມຄອງສະພາບອັດຕາແລກປ່ຽນ, ໄພເງິນເຟ້, ຮັກສາສະຖຽນລະພາບການເງິນ, ບັນຫາການຄຸ້ມຄອງຜົນກະທົບທາງດ້ານສິ່ງແວດລ້ອມ-ສັງຄົມ, ພ້ອມກັນນັ້ນ ກໍ່ໃຫ້ຄຸ້ມຄອງ ແລະ ຈໍາກັດບັນຫາການປ່ອຍມົນລະພິດ, ການຈູດຂີ້ເຫຍື້ອ ເພື່ອຫຼຸດຜ່ອນມົນລະພີດທາງອາກາດ PM 2,5 ແລະ ອື່ນໆ.
ຂ່າວ: ສົມພາວັນ
ພາບ: ສີໃສ