ກະຊວງການເງິນໄດ້ອອກແຈ້ງການໃນບໍ່ດົນມານີ້ ວ່າດ້ວຍການເລື່ອນເສຍຄ່າທຳນຽມທາງປະຈໍາປີ 2020 ຍ້ອນສະພາບການແຜ່ລະບາດຂອງພະຍາດ COVID-19.
ແຈ້ງການດັ່ງກ່າວໄດ້ລະບຸເຖິງບຸກຄົນ, ນິຕິບຸກຄົນ ແລະ ອົງການຈັດຕັ້ງທີ່ເປັນເຈົ້າຂອງ ຫຼື ນຳໃຊ້ຍານພາຫະນະທຸກປະເພດໃນຂອບເຂດທົ່ວປະເທດໃຫ້ຊາບວ່າ: ເພື່ອອຳນວຍຄວາມສະດວກ ແລະ ໃຫ້ນະໂຍບາຍດ້ານພັນທະອາກອນຕໍ່ຜູ້ເສຍອາກອນໃນໄລຍະປະຕິບັດມາດຕະການ ຕ້ານພະຍາດ COVID-19, ທາງກະຊວງການເງິນ ໄດ້ເລື່ອນການເສຍຄ່າທຳນຽມທາງອອກໄປອີກຮອດວັນທີ 30 ມິຖຸນາ 2020 ຍ້ອນສະພາບການແຜ່ລະບາດຂອງພະຍາດ COVID-19.
ຕາມກໍານົດເດີມ ການເສຍຄ່າທຳນຽມທາງປະຈໍາປີ 2020 ແມ່ນມີກໍານົດບໍ່ໃຫ້ກາຍ ວັນທີ 31 ມີນາ ນີ້ ແລະ ຈະເລີ່ມປັບໃໝຜູ້ທີ່ເສຍຄ່າທຳນຽມທາງຊັກຊ້າສຳລັບປີ 2020 ນັບແຕ່ເດືອນເມສາ ນີ້ເປັນຕົ້ນໄປ.
ແຈ້ງການຍັງໄດ້ລະບຸອີກວ່າ: ຮອດວັນທີ 30 ມິຖຸນາ 2020 ຖ້າບຸກຄົນໃດ, ນິຕິບຸກຄົນໃດ ແລະ ອົງການຈັດຕັ້ງໃດທີ່ເປັນເຈົ້າຂອງພາຫະນະ ຫຼື ນຳໃຊ້ພາຫະນະ ບໍ່ໄດ້ເສຍຄ່າທຳນຽມທາງຕາມກໍານົດດັ່ງກ່າວ ທາງເຈົ້າໜ້າທີ່ຈະເລີ່ມປັບໃໝ 0,1 % ຕໍ່ມື້ຂອງມູນຄ່າ ທີ່ຈະຕ້ອງເສຍຄ່າທຳນຽມທາງ ນັບແຕ່ວັນທີ 1 ກໍລະກົດ ຮອດ ວັນທີ 31 ທັນວາ 2020.
ຂ່າວ: ວຽງຈັນທາຍ
ພາບ ປະກອບ