Vientiane Times Lao
ເວັບໄຊ www.covid19.gov.la ເປັນແຫຼ່ງສະໜອງຂໍ້ມູນກ່ຽວກັບໂຄວິດ-19

ເວັບໄຊ www.covid19.gov.la ເປັນແຫຼ່ງສະໜອງຂໍ້ມູນກ່ຽວກັບໂຄວິດ-19

www.covid19.gov.la ເປັນເວັບໄຊທີ່ສະໜອງຂໍ້ມູນ-ຂ່າວສານ ສະເພາະກ່ຽວກັບການລະບາດຂອງພະຍາດໂຄວິດ-19 ຊຶ່ງຈະລາຍງານ ຫຼື ໃຫ້ຂໍ້ມູນສະພາບການເກີດລະບາດຂອງເຊື້ອພະບາດດັ່ງກ່າວຢູ່ທຸຸກປະເທດ ລວມທັງລາວ, ຊຶ່ງເວັບໄຊດັ່ງກ່າວສ້າງໂດຍກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ. 

ພິທີມອບ-ຮັບເວັບໄຊດັ່ງກ່າວໄດ້ຈັດຂຶ້ນໃນ ວັນທີ 29 ເມສາ 2020 ທີ່ກະຊວງສາທາລະນະສຸກ ພາຍຫຼັງທີ່ໄດ້ສຳເລັດການພັດທະນາ ແລະ ນຳໃຊ້ມາໄດ້ໄລຍະໜຶ່ງ ແລ້ວ ໂດຍມອບໃຫ້ກະຊວງສາທາລະນະສຸກ ເປັນຜູ້ຄຸ້ມຄອງ ເຊິ່ງມອບໂດຍ ທ່ານ ປອ ທັນສະໄໝ ກົມມະສິດ ລັດຖະມົນຕີ ກະຊວງໄປສະນີ, ໂທລະຄົມມະນາຄົມ ແລະ ການສື່ສານ ແລະ ຮັບໂດຍ ທ່ານ ຮສ ດຣ. ພູທອນ ເມືອງປາກ ຮອງລັດຖະມົນຕີກະ ຊວງສາທາລະນະສຸກ.

ທ່ານໃດສົນໃຈຢາກຮູ້ສະພາບການລະບາດຂອງພະຍາດໂຄວິດ-19 ຢູ່ ທົ່ວໂລກ ລວມ ທັງຢູ່ລາວ ສາມາດເຂົ້າໄປເບີ່ງຢູ່ເວັບໄຊ ດັ່ງກ່າວ www.covid19.gov.la   

ຂ່າວ: ວຽງຈັນທາຍ

Related Articles

Leave a Reply