Vientiane Times Lao
ເສຍຊີວິດເຖິງ 100 ຄົນຈາກອຸບັດເຫດໃນໄລຍະ 6 ເດືອນຕົ້ນປິ 2025 ຢູ່ນະຄອນຫຼວງວຽງຈັນ

ເສຍຊີວິດເຖິງ 100 ຄົນຈາກອຸບັດເຫດໃນໄລຍະ 6 ເດືອນຕົ້ນປິ 2025 ຢູ່ນະຄອນຫຼວງວຽງຈັນ

ພັທ ຄຳພອນ ພົມມະຈັນ ຫົວໜ້າຫ້ອງຕຳຫຼວດ ປກສ ນະຄອນຫຼວງວຽງຈັນ ໄດ້ແຈ້ງເມື່ອມໍ່ໆມານີ້ໃຫ້ຮູ້ວ່າ:  ນະຄອນຫຼວງວຽງຈັນມີຜູ້ເສຍຊີວິດເຖິງ 100 ຄົນ (ຍິງ 15 ຄົນ) ຈາກອຸບັດເຫດຕາມທ້ອງຖະໜົນທີ່ເກີດຂຶ້ນທັງໝົດ 628 ຄັ້ງໃນໄລຍະ 6 ເດືອນຕົ້ນປິ 2025, ນອກນັ້ນຍັງມີຜູ້ໄດ້ຮັບບາດເຈັບທັງໝົດ 681 ຄົນ ໃນນີ້, ບາດເຈັບເລັກໜ້ອຍ 178 ຄົນ, ບາດເຈັບສົມຄວນ 359 ຄົນ, ບາດເຈັບສາຫັດ 144 ຄົນ; ພາຫະນະເປ່ເພທັງໝົດ 1.229 ຄັນ, ໃນນັ້ນ ເປ່ເພເລັກໜ້ອຍ 474 ຄັນ, ເປ່ເພສົມຄວນ 747 ຄັນ, ໃຊ້ການບໍ່ໄດ້ 8 ຄັນ.

ສາເຫດທີ່ເກິດອຸບັດເຫດສ່ວນໃຫຍ່ຍັງແມ່ນດື່ມສິ່ງມຶນເມົາແລ້ວຂັບຂີ່, ຂັບລົດໄວເກີນຂອບເຂດ, ແຊງບໍ່ຮັບປະກັນ ແລະ ອື່ນໆ.

ຂໍ້ມູນ: ປກສ ນະຄອນຫຼວງວຽງຈັນ, ພາບ: ກູໄພ 1623

Related Articles

Leave a Reply