Vientiane Times Lao
ເສຍຊີວິດ 3 ຄົນ ຍ້ອນລະເບີດແຕກ ຢູ່ເມືອງນອງ ແຂວງສະຫວັນນະເຂດ

ເສຍຊີວິດ 3 ຄົນ ຍ້ອນລະເບີດແຕກ ຢູ່ເມືອງນອງ ແຂວງສະຫວັນນະເຂດ

ປະຊາຊົນ ເມືອງນອງ ແຂວງສະຫວັນນະເຂດ ໄດ້ແຈ້ງໃຫ້ຮູ້ວ່າ: ເກີດເຫດລະເບີດແຕກຢູ່ເຂດ ບ້ານຕະຍົງ ໃນວັນທີ 16 ມີນາ 2020, ເຊິ່ງອຸປະຕິເຫດດັ່ງກ່າວໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ໃນນັ້ນ 1 ຄົນເປັນປະຊາຊົນ ບ້ານລະໃກ້ ແລະ 2 ຄົນ ແມ່ນປະຊາຊົນ ບ້ານຕຳຫຼວງ ທີ່ຂຶ້ນກັບ ເມືອງນອງ. 

ນາງ ແງ້ມ ປະຊາຊົນບ້ານຕັງອາໄລ ໄດ້ໃຫ້ຂໍ້ມູນທີມຂ່າວວຽງຈັນທາຍ ໃນວັນທີ 18 ມີນາ 2020 ກ່ຽວກັບອຸປະຕິເຫດທີ່ເກີດຂຶ້ນວ່າ: ທັງ 3 ຄົນທີ່ເສຍຊີວິດ ແມ່ນຫຼານຂອງເພີ່ນເອງ, ອຸປະຕິເຫດ ແມ່ນເກີດຂຶ້ນລະຫວ່າງ 11 ໂມງ ຂອງວັນຈັນ ວັນທີ 16 ມີນາ ທີ່ຜ່ານມາ ແຕ່ບໍ່ຮູ້ວ່າແມ່ນລະເບີດຊະນິດໃດ, ທັງໜົດໄປນຳກັນ 4 ຄົນ ເປັນຊາຍທັງໜົດ ພວກເຂົາໄປຊອກເຄື່ອງປ່າຂອງດົງ, ຫຼັງຈາກທີ່ມີສຽງລະເບີດແຕກ ໄດ້ເຮັດໃຫ້ມີຜູ້ເສຍຊີວິດ 3 ຄົນ ແລະ ລອດ 1 ຄົນ ຍ້ອນວ່າຜູ້ກ່ຽວຖືກໃຊ້ໄປເອົາຖົງມາໃສ່ລະເບີດ.

ນາງ ແງ້ມ ໄດ້ກ່າວຕື່ມວ່າ: ທັງ 4 ຄົນ ດັ່ງກ່າວນັ້ນ ຕາມການສັນນິຖານຄາດວ່າແມ່ນໄປຂຸດຄົ້ນລະເບີດທີ່ບໍ່ທັນແຕກ ທີ່ຕົກຄ້າງແຕ່ສະໄໝ ສົງຄາມ ເພື່ອຂາຍເປັນເຫຼັກເສດ ຫຼັງຈາກພໍ້ລະເບີດແລ້ວໄດ້ພາກັນ ມ້າງລະເບີດ ເພື່ອຈະເອົາມາຂາຍໃຫ້ຜູ້ສັ່ງຊື້, ເຊິ່ງລະເບີດດັ່ງກ່າວບໍ່ຮູ້ວ່າ ແມ່ນລະເບີດຊະນິດໃດ.

ອີງຕາມຂໍ້ມູນຈາກ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ສປປ ລາວ ມີເນື້ອທີ່ລະເບີດ ທີ່ບໍ່ທັນແຕກທັງໝົດ 87.000 ກິໂລຕາ ແມັດ ຫຼື ຫຼາຍກວ່າ 8 ລ້ານເຮັກຕາ ຊຶ່ງຕະຫຼອດ 24 ປີ ນັບແຕ່ປີ 1996 ທີ່ມີການເລີ່ມເກັບກູ້ ຮອດປະຈຸບັນສາມາດເກັບກູ້ໄດ້ພຽງແຕ່ 60,910 ເຮັກຕາເທົ່ານັ້ນ, ມີປະຊາຊົນໄດ້ຮັບບາດເຈັບ 962 ຄົນ ແລະ ເສຍຊີວິດ 251 ຄົນ.

ຂ່າວ: ວຽງຈັນທາຍ

ພາບ ປະກອບ

Related Articles

Leave a Reply