ປະຈຸບັນ ອຸນຫະພຸມໂລກ ແລະ ຄື້ນຄວາມຮ້ອນ ກຳລັງຮຸນແຮງຂຶ້ນເລື້ອຍໆ ເຊິ່ງສົ່ງຜົນໃຫ້ ສປປ ລາວ ມີອາກາດຮ້ອນ ແລະ ແຫ້ງແລ້ງຂຶ້ນຄືກັນ ແລະ ອຸນຫະພູມທີ່ເພີ່ມສູງຂຶ້ນ ສາມາດສົ່ງກະທົບຕໍ່ກັບທຸກຄົນ, ໂດຍສະເພາະ ຜູ້ສູງອາຍຸ, ເດັກນ້ອຍ, ແມ່ຍິງຖືພາ, ຄົນທີ່ເຮັດວຽກກາງແສງແດດ ຫຼື ກາງແຈ້ງ ແລະ ຄົນທີ່ມີພະຍາດປະຈຳຕົວ ມີໂອກາດສູງທີ່ຈະໄດ້ຮັບຜົນກະທົບຈາກອາກາດທີ່ຮ້ອນອົບເອົ້າ ເຊິ່ງຜົນກະທົບອາດເຫັນໄດ້ທັນທີ ຫຼື ເຫັນຫຼັງຈາກຜ່ານໄປຫຼາຍມື້ ແລະ ອາດຮຸນແຮງເຖິງຂັ້ນເສຍຊີວິດໄດ້.
ສະເພາະວິທີການເມື່ອປົກປ້ອງຕົນເອງ ຈາກຜົນກະທົບຂອງອາກາດຮ້ອນອົບເອົ້າ ແມ່ນໃຫ້ຫຼີກລ່ຽງການອອກໄປນອກເຮືອນ ຫຼື ອາຄານ ແລະ ການເຮັດກິດຈະກຳໜັກໆ ໃນເວລາທີ່ອາກາດຮ້ອນສູງ, ຫຼີກລ່ຽງການດື່ມເຄື່ອງດື່ມທີ່ມີນໍ້າຕານ, ທາດເຫຼົ້າ ຫຼື ສານຄາເຟອີນສູງ, ຊອກຢູ່ບ່ອນທີ່ຫຼີກເວັ້ນຈາກແສງແດດ, ດື່ມນໍ້າເປັນປະຈໍາ, ອາບນໍ້າເປັນປະຈໍາ, ໃຊ້ເຄື່ອງນຸ່ງທີ່ບາງ ໃສ່ສະບາຍ.
ສໍາລັບ ພະຍາກອນອາກາດ ປະຈໍາວັນທີ 3 ເມສາ 2026 ຂອງກົມອຸຕຸນິຍົມ ແລະ ອຸທົກກະສາດ ວ່າ: ຄວາມກົດດັນຕ່ຳຂອງອາກາດຮ້ອນຍັງສືບຕໍ່ປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ ສົມທົບກັບກະແສລົມ ຕາເວັນຕົກ-ຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ອາກາດຈະຮ້ອນ ຫາ ຮ້ອນເອົ້າ ພ້ອມມີໝອກແຫ້ງປົກຫຸ້ມຢູ່ທົ່ວໄປໃນຕອນກາງເວັນ ແລະ ຈະມີຝົນຕົກ ຟ້າຮ້ອງ ໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.
ສະນັ້ນ ເຕືອນເຖິງປະຊາຊົນບັນດາເຜົ່າ ຈົ່ງມີສະຕິລະມັດລະວັງຕໍ່ສະພາບອາກາດຮ້ອນເອົ້າຫຼາຍ ຊຶ່ງຈະເຮັດໃຫ້ເກີດມີອັກຄີໄພ, ໄຟຟ້າລັດວົງຈອນ, ຜົນກະທົບຕໍ່ສຸຂະພາບຂອງຜູ້ເຖົ້າ ແລະ ເດັກນ້ອຍ, ໂລກລົມແດດ (Heat stroke) ພ້ອມນີ້ ໃຫ້ຫຼີກລ່ຽງກິດຈະກໍາກາງແຈ້ງເປັນເວລາດົນ, ເນື່ອງຈາກໃນໄລຍະນີ້ໄດ້ມີສະພາບອາກາດຮ້ອນເອົ້າ ຫາ ຮ້ອນເອົ້າຫຼາຍໃນໄລຍະຕອນບ່າຍ, ຊຶ່ງອາດຈະເຮັດໃຫ້ເກີດມີຟ້າຮ້ອງຟ້າເຫຼືອມ, ຟ້າຜ່າ, ໝາກເຫັບຕົກ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນ.

