ອຳນາດການປົກຄອງ ແຂວງກວາງຈິ ສສ ຫວຽດນາມ ໄດ້ມອບອຸປະກອນການແພດເພື່ອຕ້ານພະຍາດໂຄວິດ-19 ໃຫ້ເມືອງເຊໂປນ ປະກອບມີຊຸດປ້ອງກັນພະຍາດ 700 ຊຸດ, ຜ້າອັດປາກ-ດັງ 7.000 ອັນ, ຜ້າອັດປາກ N95 ຈຳນວນ 400 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 400 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 04 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູມ 20 ອັນ. ສ່ວນເມືອງນອງ ປະກອບມີຊຸດປ້ອງກັນພະຍາດ 650 ຊຸດ, ຜ້າອັດປາກ-ດັງ 6.500 ອັນ, ຜ້າອັດປາກ N95 ຈຳນວນ 300 ອັນ, ນໍ້າຢາຂ້າເຊື້ອ 600 ກິໂລກຣາມ, ເຈວລ້າງມື 300 ຂວດ, ເຄື່ອງພົ່ນຢາຂ້າເຊື້ອ 03 ເຄື່ອງ ແລະ ເຄື່ອງວັດແທກອຸນຫະພູມ 20 ອັນ. ລວມມູນຄ່າທັງໝົດ 420 ລ້ານດົງ ຫລື ປະມານ 164 ລ້ານກີບ.
ພິທີມອບຮັບອຸປະກອນດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 19 ພຶດສະພາ 2021 ທີ່ຜ່ານມານີ້ຢູ່ ດ່ານສາກົນແດນສະຫວັນ-ລາວບາວ ມອບໂດຍ ທ່ານ ຮວ່າງນາມ ຮອງປະທານຄະນະກຳມະການປະຊາຊົນ ແຂວງກວາງຈິ ສສ ຫວຽດນາມ ແລະ ຮັບໂດຍ ທ່ານ ນາງຫຼິງທອງ ແສງຕາວັນ ຮອງເຈົ້າແຂວງສະຫວັນນະເຂດ ຫົວໜ້າຄະນະສະເພາະກິດປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ແຂວງສະຫວັນນະເຂດ.
ນອກນັ້ນ, ພະແນກການພົວພັນຕ່າງປະເທດແຂວງກວາງຈິ ຍັງໄດ້ມອບຜ້າອັດປາກ-ດັງ 18.900 ອັນ ແລະ ເຈວລ້າງມື 100 ຂວດ ໃຫ້ພະແນກການພົວພັນຕ່າງປະເທດ ແຂວງສະຫວັນນະເຂດ ມູນຄ່າ 7.8 ລ້ານກີບ.


