Vientiane Times Lao
ແຂວງຈຳປາສັກຕ້ອງການຄວາມຊ່ວຍເຫຼືອ ໃນການຮອງຮັບຜູ້ຕິດຊື້ອໂຄວີດ-19

ແຂວງຈຳປາສັກຕ້ອງການຄວາມຊ່ວຍເຫຼືອ ໃນການຮອງຮັບຜູ້ຕິດຊື້ອໂຄວີດ-19

ພະແນກສາທາລະນະສຸກແຂວງຈໍາປາສັກແຈ້ງໃຫ້ຮູ້ວ່າ: ປັດຈຸບັນນີ້ ແຂວງຈໍາປາສັກພົບບັນຫາເລື່ອງ ສະຖານທີ່ປິ່ນປົວຜູ້ຕິດເຊື້ອພະຍາດໂຄວິດ-19 ແລະ ສູນຈໍາກັດບໍລິເວນບໍ່ພຽງພໍຍ້ອນວ່າມີແຮງງານ ລາວເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກເປັນຈໍານວນຫຼາຍໃນແຕ່ລະວັນຊຶ່ງກໍາລັງເລັ່ງກະກຽມສະຖານທີ່ຫຼາຍແຫ່ງເພື່ອເປັນໂຮງໝໍພາກສະໜາມໃນການປິ່ນປົວຜູ້ຕິດເຊື້ອພະຍາດດັ່ງກ່າວ ແລະ ເປັນສູນຈໍາກັດບໍລິເວນ 14 ວັນ ສໍາລັບແຮງງານທີ່ກັບຄືນປະເທດ, ດັ່ງນັ້ນຕຽງນອນ, ເສື່ອ, ຜ້າຫົ່ມ, ມຸ້ງ, ສາດ ແລະ ໝອນຖືວ່າເປັນສິ່ງ ຈໍາເປັນທີ່ສຸດທີ່ຕ້ອງການການຊ່ວຍເຫຼືອຈາກສູນ ກາງ   ແລະ ຈາກສັງຄົມບໍ່ວ່າຈະເປັນນັກທຸລະກິດ, ພໍ່ຄ້າຊາວຂາຍ ແລະ ຈາກບັນດາແຂວງອ້ອມຂ້າງ, ຮອງລົງມາແມ່ນເຄື່ອງອຸປະໂພກ ແລະ ບໍລິໂພກ.

ພະແນກສາທາລະນະສຸກແຂວງຈໍາປາສັກແຈ້ງໃຫ້ຮູ້ຕື່ມວ່າ:ໄລຍະນີ້ມີແຮງງານລາວຢູ່ໄທໄດ້ເດີນທາງກັບຄືນປະເທດໂດຍຜ່ານດ່ານສາກົນວັງເຕົ່າ-ຊ່ອງເມັກ ແຂວງຈຳປາສັກ ສະເລ່ຍບໍ່ຫຼຸດ 100 ຄົນຕໍ່ວັນ ເຮັດໃຫ້ສູນຈຳກັດບໍລິເວນຂອງແຂວງເຕັມ ແລະ 3 ສະຖານທີ່ທີ່ໃຊ້ປິ່ນປົວຜູ້ຕິດເຊື້ອ ບໍ່ສາມາດ ຮອງຮັບໄດ້ອີກ ຄື: ໂຮງ ໝໍເມືອງໂພນທອງ ທີ່ສາມາດບັນຈຸໄດ້ 81 ຄົນ, ໂຮງໝໍພາກສະໜາມ ຫຼັກ 21 ສາມາດບັນຈຸໄດ້ 113 ຄົນ ແລະ ໂຮງໝໍ 106 ທີ່ບັນຈຸໄດ້ 40 ຄົນ ແມ່ນເຕັມໝົດແລ້ວ.

 ໃນໄລະ 5 ວັນຜ່ານມາ ຄືນັບແຕ່ວັນທີ 4- 8 ກໍລະກົດ 2021 ນີ້ຢູ່ແຂວງຈໍາປາສັກມີຜູ້ຕິດເຊື້ອ ພະຍາດໂຄວິດ-19 ເຖິງ 150 ຄົນ.

Related Articles

Leave a Reply