Vientiane Times Lao
ແຂວງບໍລິຄຳໄຊ ຍັງມີພຽງແຕ່ 2 ບ້ານທີ່ບໍ່ມີໄຟຟ້າໃຊ້

ແຂວງບໍລິຄຳໄຊ ຍັງມີພຽງແຕ່ 2 ບ້ານທີ່ບໍ່ມີໄຟຟ້າໃຊ້

ລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງບໍລິຄຳໄຊ ໄດ້ແຈ້ງໃຫ້ຮູ້ວ່າ: ຈຳນວນບ້ານ ແລະ ຈຳນວນຄອບຄົວ ຢູ່ແຂວງບໍລິຄຳໄຊ ຈະໄດ້ຊົມໃຊ້ໄຟຟ້າ 100% ໃນປີ 2020 ນີ້ ເພາະຮອດປະຈຸບັນນີ້ ຍັງມີພຽງແຕ່ 2 ບ້ານ ໃນຈຳນວນ 289 ບ້ານເທົ່ານັ້ນທີ່ຍັງບໍ່ມີໄຟຟ້າໃຊ້ ຍ້ອນບ້ານດັ່ງກ່າວຕັ້ງຢູ່ເຂດຫ່າງໄກສອກຫຼີກ, ເປັນເຂດພູດອຍ ແລະ ເສັ້ນທາງເຂົ້າຫາບ້ານມີຄວາມຫຍຸ້ງຍາກ.

ທ່ານ ຕາ ພົງປະດິດ ຮັກສາການ ອໍານວຍການລັດວິສາຫະກິດ ໄຟຟ້າລາວ ສາຂາ ແຂວງ ບໍລິຄຳໄຊ ໄດ້ແຈ້ງຕໍ່ທີມຂ່າວວຽງຈັນທາຍ ໃນວັນທີ 16 ມີນາ ນີ້ວ່າ: ທົ່ວແຂວງ ມີທັງໝົດ 7 ເມືອງ ໄດ້ມີໄຟຟ້າໃຊ້ແລ້ວ ກວມເກືອບ 100%, ມີ 289 ບ້ານໄດ້ໃຊ້ໄຟຟ້າກວມ 99,31% ຍັງມີແຕ່ 2 ບ້ານ ຄືບ້ານ ນ້ຳມືດ ແລະ ນ້ຳກູ້ ຢູ່ເມືອງ ໄຊຈຳພອນ ທີ່ຍັງບໍ່ມີໄຟຟ້າໃຊ້ ແລະ ຈຳນວນຄອບຄົວໄດ້ຊົມໃຊ້ໄຟຟ້າ  ແລ້ວກວມ 95,75%.

ທ່ານ ຕາ ໄດ້ກ່າວຕື່ມວ່າ: 65 ປີ ພາຍໃຕ້ການນຳພາຂອງພັກປະຊາຊົນ ປະຕິວັດລາວ, ໄຟຟ້າລາວສາຂາ ແຂວງບໍລິຄຳໄຊ ມີການ ພັດທະນາຢ່າງກະໂດດຂັ້ນ ໂດຍສະເພາະນັບແຕ່ປີ 1996 ມາຮອດປະຈຸບັນ ວຽກພັດທະນາພື້ນຖານໂຄງລ່າງໄດ້ມີການເຕີບໃຫ່ຍຂະຫຍາຍຕົວຢ່າງຕໍ່ເນື່ອງເປັນຕົ້ນແມ່ນການກໍ່ສ້າງລະບົບສາຍສົ່ງສະຖານີ ຈາກ 1 ສະຖານີ ມາເປັນ 5 ສະຖານີ, ສາມາດສະໜອງໄຟຟ້າຮັບໃຊ້ວຽກງານພັດທະນາເສດຖະກິດ-ສັງຄົມ ແລະ ຊີວິດການເປັນຢູ່ຂອງປະຊາຊົນ ປະກອບສ່ວນຫຼຸດຜ່ອນຄວາມທຸກຈົນຂອງປະຊາຊົນເທື່ອລະກ້າວ.

ຂາວ: ວຽງຈັນທາຍ

ພາບ: ສົມພາວັນ

Related Articles

Leave a Reply