ສະຫາຍ ພັນໂທ ເນັງສີດາ ເບຼຍລືມົວ ຄະນະພັກກອງບັນຊາການ ຫົວໜ້າຫ້ອງການບັນຊາ ທະຫານແຂວງບໍ່ແກ້ວ ແລະ ສະຫາຍ ພັນໂທ ປັນຍາ ແສງວິຈິດ ຄະນະພັກກອງບັນຊາການ ປກສ ແຂວງ ພ້ອມດ້ວຍຄະນະ ໄດ້ສືບຕໍ່ລົງຊຸກຍູ້ວຽງານປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດພະຍາດໂຄວິດ-19 ໃນວັນທີ 19 ພືດສະພາ 2021 ຜ່ານມານີ້ ຢູ່ຕາມຈຸດກວດກາຕ່າງໆທົ່ວເມືອງຫ້ວຍຊາຍຢ່າງເຂັ້ມງວດ ເຊັ່ນ: ຈຸດກວດກາ ບ້ານຂອນແກ້ວ, ບ້ານປ່າອອຍ ແລະ ບ້ານອຸດົມ.
ການລົງກວດກາຄັ້ງນີ້ແມ່ນເນັ້ນໃສ່ໃຫ້ ທຸກພາກສ່ວນທີ່ກ່ຽວຂ້ອງ ເປັນເຈົ້າການປະຕິບັດຕາມມາດຕະການຕ່າງໆ ທີ່ຂັ້ນເທິງວາງອອກ ໂດຍສະເພາະຢູ່ດ່ານກວດຄົນເຂົ້າ-ອອກ ລະຫ່ວາງບ້ານຕໍ່ບ້ານ, ເມືອງຕໍ່ເມືອງ ແມ່ນໃຫ້ມີຄວາມເຂັ້ມງວດ ແລະ ການເຂົ້າ-ອອກເມືອງ ຕ້ອງໄດ້ຮັບອະນຸຍາດຈາກທາງການກໍ່ຄືໜ່ວຍງານສະເພາະກິດ ແລະ ໜ່ວຍງານຮັບຜິດຊອບຂອງບ້ານດັ່ງກ່າວຢ່າງເຄັ່ງຄັດ ເພື່ອປ້ອງກັນການແຜ່ລະບາດພະຍາດໂຄວິດ-19.
ພ້ອມນັ້ນຍັງ ເນັ້ນໜັກໃຫ້ທຸກພາກສ່ວນທີ່ປະຈໍາຢູ່ບັນດາຈຸດກວດກາດັ່ງກ່າວ ແມ່ນໃຫ້ເອົາໃຈໃສ່ປະຕິບັດມາດຕະການຕ່າງໆຢ່າງເຂັ້ມງວດຕໍ່ບຸກຄົນທີ່ກະທຳຜິດ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດຮັບຜິດຊອບຂອງຕົນເອງມີຄວາມສະຫງົບໂດຍພື້ນຖານ ເພື່ອ ສະກັດກັ້ນ ແລະ ຕອບຕ້ານການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ທີ່ກຳລັງແຜ່ລະບາດເປັນວົງກວ້າງພາຍໃນແຂວງບໍ່ແກ້ວ ໃຫ້ຫຼຸດລົງເປັນກ້າວໆ.
ຂໍ້ມູນຂ່າວ: ສົມໄຊ ສີລາຈັນ


