ແຂວງບໍ່ແກ້ວໄດ້ກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນໂຮງໝໍພາກສະໜາມເພື່ອຮອງຮັບຜູ້ຕິດເຊື້ອໂຄວິດ-19 ທີ່ອາດເພີ່ມຂຶ້ນເປັນຈໍານວນຫຼາຍ ໃນກໍລະນີທີ່ຜູ້ຕິດເຊື້ອລົ້ນໂຮງໝໍ.
ດຣ ຄຳພະຍາ ພົມປັນຍາ ຮອງເຈົ້າແຂວງບໍ່ແກ້ວ ຫົວໜ້າຄະນະສະເພາະກິດຂັ້ນແຂວງ ໄດ້ກ່າວວ່າ: ແຂວງບໍ່ແກ້ວເປັນແຂວງໜຶ່ງທີ່ມີການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ອາດຈະມີຜູ້ຕິດເຊື້ອເພີ່ມຂຶ້ນເປັນຈໍານວນຫຼາຍ, ດັ່ງນັ້ນ ການນຳແຂວງກໍ່ຄືຄະນະສະເພາະກິດ ຈິ່ງກຳນົດເອົາ ສະໂມສອນໃຫຍ່ຂອງແຂວງ ເປັນສະຖານທີ່ ຮອງຮັບຜູ້ຕິດເຊື້ອໂຄວິດ-19 ໃນກໍລະນີຜູ້ຕິດເຊື້ອລົ້ນໂຮງໝໍ ຊຶ່ງປະຈຸບັນ ຄະນະຮັບຜິດຊອບສະຖານທີ່ດັ່ງກ່າວ ແມ່ນໄດ້ກຽມພ້ອມຕຽງນອນ 83 ຕຽງ ພ້ອມທັງກະກຽມບຸກຄະລາກອນ, ເຄື່ອງມືການແພດ ຮັບໃຊ້ການປິ່ນປົວ ແລະ ອື່ນໆ.
ປະຈຸບັນການລະບາດນັບມື້ຮ້າຍແຮງ ຊຶ່ງມີຜູ້ຕິດເຊື້ອນັບມື້ເພີ່ມຂຶ້ນ, ດັ່ງນັ້ນ ຄະນະສະເພາະກິດຂັ້ນແຂວງ ຂໍຮຽກຮ້ອງໃຫ້ທຸກພາກສ່ວນຈົ່ງມີສະຕິ ແລະ ພ້ອມກັນປະຕິບັດມາດຕະການປ້ອງກັນທີ່ຄະນະສະເພາະວາງອອກຢ່າງເຂັ້ມງວດ ໂດຍສະເພາະສືບຕໍ່ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງຖືກວິທີ ໂດຍການໃສ່ຜ້າອັດປາກ-ດັງ ເມື່ອອອກຈາກເຮືອນ, ລ້າງມືດ້ວຍສະບູ, ນໍ້າສະອາດ ຫຼື ເຈວລ້າງມືຂ້າເຊື້ອເລື້ອຍໆ, ຮັກສາໄລຍະຫ່າງຢ່າງໜ້ອຍ 2 ແມັດຂຶ້ນໄປ ແລະ ຫຼີກລ້ຽງການໄປສະຖານທີ່ແອອັດ.
ຂໍ້ມມູນ: ນັກຂ່າວ ແຂວງບໍ່ແກ້ວ


