ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນເຖິງ ປະຊາຊົນບັນດາເຜົ່າ ຢູ່ບັນດາແຂວງພາກເໜືອ ແລະ ພາກກາງ ເຊັ່ນ: ແຂວງຜົ້ງສາລີ, ຫົວພັນ, ຊຽງຂວາງ, ອຸດົມໄຊ, ບໍ່ແກ້ວ, ຫຼວງນ້ຳທາ, ຫຼວງພະບາງ, ໄຊຍະບູລີ, ນະຄອນຫຼວງວຽງຈັນ, ໄຊສົມບູນ, ແຂວງວຽງຈັນ, ບໍລິຄຳໄຊ, ຄຳມ່ວນ ແລະ ສະຫວັນນະເຂດ ຈົ່ງມີສະຕິລະມັດລະວັງຕໍ່ສະພາບຝົນຕົກຕິດຕໍ່ກັນຫຼາຍວັນ ອາດຈະເກີດນ້ຳຖ້ວມ ນ້ຳຊູ ດິນເຈື່ອນ ໃນໄລຍະວັນທີ 21-23 ກໍລະກົດ 2025 ນີ້.
ເນື່ອງຈາກ ພາຍຸເຂດຮ້ອນ ວິພາ (Wipha) ຫົວທີ 6 ປະຈຳປີ 2025 ຊຶ່ງພາຍຸຫົວນີ້ ຈະເຄື່ອນທີ່ຜ່ານເກາະໄຫໜານ ໃນໄລຍະ 1-2 ວັນຕໍ່ໜ້ານີ້, ຫຼັງຈາກນັ້ນ ຈະອ່ອນກຳລັງລົງ ກາຍເປັນພາຍຸດີເປຣຊັນ
ຈະເຄື່ອນທີ່ຜ່ານພາກເໜືອຂອງ ສສ ຫວຽດນາມ ແລະ ສປປ ລາວ ຕາມລຳດັບ ຊຶ່ງຈະເຮັດໃຫ້ມີຝົນຕົກໃນລະດັບຄ່ອຍ ຫາ ປານກາງ ຢູ່ທົ່ວໄປໃນແຕ່ລະພາກ.