ທ່ານ ສີນຸຍ ພົມສຸພາ ຮັກສາການຫົວໜ້າຂະແໜງປ່າໄມ້ ພະແນກກະສີກຳ ແລະ ປ່າໄມ້ ແຂວງສາລະວັນ ໄດ້ໃຫ້ສຳພາດກັບສື່ມວນຊົນແຂວງ ເມື່ອບໍ່ດົນມານີ້ວ່າ: ປີນີ້ ແຂວງສາລະວັນ ກຽມເບ້ຍໄມ້ຈໍານວນ 1.544.940 ເບ້ຍ ເພື່ຶອປູກໃນເນື້ອທີ່ 2.000 ເຮັກຕາ ເນື່ອງໃນວັນປູກຕົ້ນໄມ້ແຫ່ງຊາດ (ວັນທີ 1 ມິຖຸນາ 2021) ຊຶ່ງປະກອບມີ: ໄມ້ຂະຍູງ, ໄມ້ດູ່, ໄມ້ແຕ້ຂ່າ, ໄມ້ແຄນຫິນ, ໄມ້ວິກ,ໄມ້ກະຖິນເທພາ ແລະ ໄມ້ອື່ນໆ.
ການປູກຕົ້ນໄມ້ຄັ້ງນີ້ ຂະແໜງປ່າໄມ້ແຂວງສາລະວັນ ແມ່ນໄດ້ຈັດສັນເຂດປູກໃຫ້ເໝາະສົມກັບປະເພດດິນເຊັ່ນ: ເຂດພູດອຍ ປະກອບມີ: ເມືອງຕະໂອ້ຍ ແລະ ເມືອງສະໝ້ວຍ ແມ່ນເນັ້ນໃສ່ໃນການປູກເບ້ຍໄມ້ກະຖິນເທພາ, ກະຖິນນາລົງ ແລະ ໄມ້ວິກ. ສ່ວນເຂດທົ່ງພຽງ ປະກອບມີ: ເມືອງສາລະວັນ, ວາປີ, ຕຸ້ມລານ, ຄົງເຊໂດນ ແລະ ເມືອງລະຄອນເພັງ ແມ່ນຈະເນັ້ນໃສ່ປູກເບ້ຍໄມ້ກະຈະ,ໄມ້ແຕ່ຂ່າ ແລະ ໄມ້ຂະຍູງ ແລະ ເຂດພູພຽງ ຄື: ເມືອງເລົ່າງາມ ແມ່ນເນັ້ນໃສ່ໄມ້ອຸດສາຫະກຳເປັນຕົ້ນເບ້ຍໄມ້ດູ່ ແລະ ໄມ້ແຄນ. ປະຈຸບັນ ທົ່ວແຂວງສາລະວັນ ມີເນື້ອທີ່ປ່າສະຫງວນ, ປ່າຜະລິດ ແລະ ປ່າປ້ອງກັນ 685.000 ເຮັກຕາ.
ຂ່າວ-ພາບ: ສິດຕາ ເພັດວົງສາ