Vientiane Times Lao
ແຂວງຫຼວງພະບາງ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ຈາກສາມພາກສ່ວນພາຍໃນແຂວງ

ແຂວງຫຼວງພະບາງ ໄດ້ຮັບເຄື່ອງຊ່ວຍເຫຼືອຕ້ານໂຄວິດ-19 ຈາກສາມພາກສ່ວນພາຍໃນແຂວງ

ຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແຂວງ ຫຼວງພະບາງ ໄດ້ຮັບເຄື່ອງຊ່ວຍເຫຼືອເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນການລະບາດຂອງພະຍາດ ໂຄວິດ-19 ຈາກສາມພາກສ່ວນພາຍໃນແຂວງ ຊຶ່ງປະກອບມີ: ໂຮງງານ ຊີມັງນໍ້າຖ້ວມ ເມືອງນໍ້າບາກ ໄດ້ມອບຜ້າອັດປາກ ແລະ ເຈວລ້າງມື ມູນຄ່າ 60 ລ້ານກີບ, ບໍລິສັດ DSK ຈຳກັດ ໄດ້ມອບນໍ້າດຶ່ມ ມູນຄ່າ 25 ລ້ານກີບ ພ້ອມດ້ວຍ ເງິນສົດຈໍານວນ 25 ລ້ານກີບ ແລະ ບໍລິສັດຢູນິເທວ ໄດ້ມອບໂທລະສັບ 4 ເຄື່ອງ.

ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນໃນວັນທີ 26 ເມສາ 2021 ທີ່ຜ່ານມານີ້ ທີ່ແຂວງ ຫຼວງພະບາງ ໂດຍການກ່າວຮັບຂອງທ່ານ ບຸນເລື່ອມ ມະນີວົງ, ຮອງເຈົ້າແຂວງຫຼວງພະບາງ, ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ ຄວບຄຸມ ແລະແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ແຂວງ ຫຼວງພະບາງ.

ສໍາລັບ ເຄື່ອງຊ່ວຍເຫຼືອ ແມ່ນຈະໄດ້ນຳໄປແຈກຢາຍໃຫ້ຜູ້ທີ່ເຮັດວຽກສະເພາະກິດຢູ່ຕາມຈຸດຕ່າງພາຍໃນແຂວງຫຼວງພະບາງ ໂດຍສະເພາະແມ່ນນະຄອນ ຫຼວງພະບາງໃຫ້ທົ່ວເຖິງ. ປະຈຸບັນ ແຂວງ ຫຼວງພະບາງໄດ້ມີຜູ້ຕິດເຊື້ອໂຄວິດ-19 ຈໍານວນ 1 ຄົນ.

ຂໍ້ມູນຂ່າວ: ດາວອນ ມະນີວັນ

Related Articles

Leave a Reply