Vientiane Times Lao
ແຂວງອັດຕະປືຈະປູກຕົ້ນໄມ້ໃນເນື້ອທີ່ 3.660 ເຮັກຕາ ສຳລັບປີ 2021 ນີ້

ແຂວງອັດຕະປືຈະປູກຕົ້ນໄມ້ໃນເນື້ອທີ່ 3.660 ເຮັກຕາ ສຳລັບປີ 2021 ນີ້

ທ່ານ ພອນປະເສີດ ທອງສີທາວົງ ຫົວໜ້າພະແນກກະສິກໍາ ແລະ ປ່າໄມ້ແຂວງອັດ​ຕະ​ປື​ໃຫ້​ຮູ້​ວ່າ:  ປີ 2021 ນີ້ ຈະ​ປູກຕົ້ນໄມ້ໃຫ້ໄດ້ໃນເນື້ອທີ່ 3.660 ເຮັກຕາ ເຊິ່ງປັດຈຸບັນການກຽມຄວາມພ້ອມດ້ານຕ່າງໆແມ່ນ ສໍາເລັດໄປແລ້ວເປັນສ່ວນໃຫຍ່ ເປັນຕົ້ນ: ສາມາດເກັບແກ່ນໄດ້ທັງໝົດ 460 ກິໂລ, ຜະລິດເບ້ຍໄມ້ໄດ້ 348.928 ເບ້ຍ. ສະເພາະວັນທີ 1 ມິຖຸນານີ້ ຊຶ່ງ​ເປັນວັນປູກຕົ້ນໄມ້ແຫ່ງຊາດ, ທົ່ວແຂວງຈະໄດ້ຈັດພິທີປູກຕົ້ນໄມ້ໃຫ້ໄດ້ 633,5 ເຮັກຕາ ແລະ ໄດ້ມອບໃຫ້ຫ້ອງການກະສິກໍາ ແລະ ປ່າໄມ້ 5 ເມືອງ ສົມທົບກັບພາກສ່ວນຕ່າງໆ ເປັນເຈົ້າການຈັດຕັ້ງການປູກໄມ້ ໂດຍກໍານົດພື້ນ ທີ່ປູກທັງໃນ ແລະ ນອກ 3 ປະເພດປ່າ.

ທ່ານ ພອນປະເສີດໃຫ້​ຮູ້​ຕື່ມ​ວ່າ: ອີງຕາມສະຖິຕິສໍາຫຼວດໃນປີ 2015 ແຂວງອັດຕະປື ມີເນື້ອທີ່ປ່າໄມ້ທັງໝົດ 828.082 ເຮັກຕາ ຫຼື ປະມານ 79,9% ຂອງເນື້ອທີ່ທົ່ວແຂວງ ຫຼື ປະມານ 6% ຂອງເນື້ອທີ່ປ່າໄມ້ ທົ່ວປະເທດ.

ຂໍ້​ມູນ-ພາບ: ວັດທະນາ

Related Articles

Leave a Reply