ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19 ແຂວງອັດຕະປື ໄດ້ອອກແຈ້ງການສະບັບເລກທີ 140/ຄສກ, ລົງວັນທີ 21 ມິຖຸນາ 2021 ຊຶ່ງມີເນື້ອໃນສໍາຄັນລະບຸໄວ້ ວ່າ: ຫ້າມທຸກອົງການຈັດຕັ້ງ ບຸກຄົນ ຫຼື ນິຕິບຸກຄົນ ນຳເອົາຄົນຕ່າງແຂວງ ຄົນຕ່າງປະເທດເຂົ້າມາ ແຂວງອັດຕະປື ໂດຍທີ່ບໍ່ໄດ້ຮັບອະນຸຍາດ ຈາກຄະນະສະເພາະກິດຂັ້ນແຂວງຢ່າງເດັດຂາດ, ບຸກຄົນໃດທີ່ລັກລອບເຂົ້າ-ອອກ ໄປຕ່າງແຂວງ ໄປຕ່າງປະເທດ ພ້ອມດ້ວຍຜູ້ສົມຮູ້ຮ່ວມຄິດ ທີ່ເອື້ອອຳນວຍຄວາມສະດວກ ຈະດ້ວຍຮູບການໃດກໍ່ຕາມ ທີ່ບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫຼື ເບົາຕາມກົດໝາຍທີ່ກຳນົດໄວ້.
ພ້ອມທັງ ຫ້າມທຸກໆອົງການຈັດຕັ້ງ ບຸກຄົນ ຫຼື ນິຕິບຸກຄົນ ໄປໂຄສະນາ ຫຼື ປັ່ນປ່ວນ ຢູ່ເຂດຊົນນະບົດເຂດຫ່າງໄກສອກຫຼີກ ຕໍ່ກັບຂ່າວທີ່ບໍ່ມີຄວາມຈິງ ຂ່າວບິດເບືອນທີ່ຂັດກັບການນໍາພາ-ຊີ້ນໍາ ຂອງພັກ-ລັດ ຢ່າງເດັດຂາດ ແລະ ມອບໃຫ້ຄະນະສະເພາະກິດຂັ້ນເມືອງ ຊີ້ນໍາອົງການປົກຄອງບ້ານໃຊ້ມາດຕະການເຂັ້ມງວດ ທີ່ເຫັນວ່າບໍ່ສອດຄ່ອງກັບລະບຽບກົດໝາຍ ຈະໄດ້ນຳມາດຳເນີນຄະດີ ໃນສະຖານໜັກ ຫຼື ເບົາ ຕາມທີ່ໄດ້ກໍານົດໄວ້ໃນກົດໝາຍ.
ສໍາລັບ ປະຊາຊົນທີ່ມີຄວາມຈໍາເປັນແທ້ຈິງ ທີ່ຕ້ອງການຈະເດີນທາງເຂົ້າ-ອອກ ແຂວງອັດຕະປື ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ ພ້ອມທັງປະຕິບັດມາດຕະການຕ່າງໆ ທີ່ຄະນະສະເພາະກິດວາງອອກຢ່າງເຂັ້ມງວດ,ໃນນັ້ນ ແຂວງທີ່ບໍ່ມີການຕິດເຊື້ອ ແມ່ນສາມາດເດີນທາງເຂົ້າ-ອອກໄດ້ ແຕ່ຕ້ອງໄດ້ຮັບການສັກວັກຊິນ 2 ເຂັມຂຶ້ນໄປ ແລະ ໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ຂັ້ນແຂວງ.
ການອອກມາດຕະການ ແລະ ຂໍ້ຫ້າມດັ່ງກ່າວ ກໍ່ເພື່ອສືບຕໍ່ປະຕິບັດບັນດາມາດຕະການໃນການປ້ອງ ກັນ,ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ແຕ່ວັນທີ 21 ມິຖຸນາ ຫາ 4 ກໍລະກົດ 2021 ເພື່ອບໍ່ໃຫ້ພະຍາດດັ່ງກ່າວມີການແຜ່ລະບາດຢູ່ພາຍໃນແຂວງ ອັດຕະປື.
ຂໍ້ມູນຂ່າວ: ອັດຕະປື