ອໍານາດການປົກຄອງແຂວງເຊກອງ ໄດ້ຮັບການແບ່ງປັນວັກຊິນປ້ອງກັນພະຍາດໂຄວິດ-19 ຈາກລັດຖະບານທັງໝົດ 12 ພັນໂດສ ຊຶ່ງປະຈຸບັນ ແຂວງເຊກອງ ສາມາດສັກວັກຊິນໃຫ້ພະນັກງານ-ລັດຖະກອນ ແລະ ປະຊາຊົນທຸກຊັ້ນຄົນໄດ້ແລ້ວ 4 ພັນກ່ວາຄົນເທົ່າກັບ 67,3% ຂອງແຜນເປົ້າໝາຍສັກວັກຊິນໃຫ້ໄດ້ທັງໝົດ 6 ພັນຄົນ.
ນາງ ບຸນຖະໜອມ ນາກລີລາ ຫົວໜ້າຂະແໜງອະນາໄມ ແລະ ສົ່ງເສີມສຸຂະພາບແຂວງເຊກອງ ໄດ້ລາຍງານເມື່ຶອບໍ່ດົນມານີ້ວ່າ: ແຂວງເຊກອງ ໄດ້ເລີ່ມເປີດຈຸດບໍລິການສັກວັກຊິນປ້ອງກັນພະຍາດໂຄວິດ-19 ໃຫ້ປະຊາຊົນທຸກຊັ້ນຄົນ ຊຶ່ງແບ່ງອອກເປັນ 2 ຮອບຄື: ຮອບທີ I (ເຂັມທີ I) ເລີ່ມສັກໃນລະຫວ່າງວັນທີ 11 ມີນາ 2021-23 ເມສາ 2021 ແລະ ຮອບທີ II (ເຂັມທີ II) ເລີ່ມແຕ່ວັນທີ 26 ເມສາ 2021 ເປັນຕົ້ນມາ ຮອດປະຈຸບັນ ສາມາດສັກວັກຊິນໄດ້ແລ້ວ 4 ພັນກ່ວາຄົນ.
ທ່ານ ນາງ ບຸນຖະໜອມ ນາກລີລາ ໃຫ້ຮູ້ອີກວ່າ: ການສັກວັກຊິນແມ່ນເພື່ອສ້າງພູມຄຸມກັນໃຫ້ຮ່າງກາຍມີພູມຕ້ານທານຕໍ່ພະຍາດໂຄວິດ-19, ດັ່ງນັ້ນ ຈຶ່ງຂໍເຊີນຊວນພະນັກງານ-ລັດຖະກອນ, ທະຫານ-ຕໍາຫຼວດ, ບໍລິສັດພາກລັດ ແລະ ເອກະຊົນ ຕະຫຼອດຮອດປະຊາຊົນລາວ ແລະ ຕ່າງປະເທດທີ່ດໍາລົງຊີວິດຢູ່ແຂວງເຊກອງ ໃນກຸ່ມເປົ້າໝາຍທີ່ມີຄວາມສ່ຽງອາຍຸ 18-60 ປີ ຈົ່ງຮີບຮ້ອນ ແລະ ພ້ອມກັນໄປສັກວັກຊິນປ້ອງກັນໂຄວິດ-19 ຕາມສະຖານທີ່ບໍລິການທີ່ໄດ້ກໍານົດໄວ້ ໂດຍບໍ່ເສຍຄ່າໃນໂມງລັດຖະການ ເພື່ອເປັນການປ້ອງກັນຕົນເອງ, ຄົນອ້ອມຂ້າງ ແລະ ສັງຄົມໃຫ້ປອດໄພຈາກພະຍາດໂຄວິດ-19.
ຂໍ້ມູນຂ່າວ: ແກ້ວໄຊຍະວົງ


