ທ່ານ ຕົ່ງມົວ ຊົວໂກ້ ຮອງເຈົ້າແຂວງໄຊສົມບູນ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດໂຄວິດ-19 ຂັ້ນແຂວງ ໄດ້ລາຍງານກ່ຽວກັບການຈັດຕັ້ງປະຕິບັດວຽກງານຕ້ານພະຍາດໂຄວິດ-19 ຂອງຄະນະສະເພາະກິດ ໃນກອງປະຊຸມປຶກສາຫາລືວຽກງານຕ້ານພະຍາດໂຄວິດ-19 ທີ່ໄດ້ຈັດຂຶ້ນເມື່ອວັນທີ 28 ເມສາ 2021 ຜ່ານມານີ້ ທີ່ສະໂມສອນເມືອງອານຸວົງ ໂດຍການເປັນປະທານຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ວ່າ: ຄະນະສະເພາະກິດ ແຂວງໄຊສົມບູນ ໄດ້ສຶບຕໍ່ເຜີຍແຜ່ຄຳສັ່ງຂອງນາຍົກລັດຖະມົນຕີເລກທີ15/ນຍ, ຄຳສັ່ງຂອງທ່ານເຈົ້າແຂວງໄຊສົມບູນ ໃຫ້ແກ່ພະນັກງານ-ລັດຖະກອນ ແລະ ປະຊາຊົນບັນດາເຜົ່າທົ່ວແຂວງ ໃຫ້ຮັບຮູ້ ແລະ ເຂົ້າໃຈ ຕໍ່ຜົນຮ້າຍຂອງພະຍາດໂຄວິດ-19, ໂດຍສະເພາະຄະນະສະເພາະກິດແຂວງ ໄດ້ຕັ້ງດ່ານກວດຄົນເຂົ້າ-ອອກ ແຂວງ ທັງໝົດ 7 ດ່ານ ຄື: ດ່ານບ້ານຊຳກໍທອງ, ບ້ານນາໄຊສະຫວ່າງ ( ເມືອງລ້ອງແຈ້ງ), ຂົວນ້ຳພ້າວ ເມືອງອານຸວົງ, ຂົວນຳ້ຄຸຍ ເມືອງລ້ອງຊານ, ຈຸດທ່າສີ, ບ້ານຊຽງຄົງ, ຈຸດຂົວນໍ້າງຽບ ( ເມືອງທ່າໂທມ) ພ້ອມທັງແນະນຳບັນດາເມືອງເພີ່ມທະວີການເຝົ້າລະວັງ ແລະ ປິດການເຂົ້າ-ອອກຂອງພົນລະເມືອງ ແລະ ການຂົນສົ່ງໂດຍສານ.
ພ້ອມກັນນັ້ນ ຍັງໄດ້ກະກຽມສະຖານທີ່ຕັ້ງເຄື່ອງວິເຄາະຫາເຊື້ອພະຍາດໂຄວິດ-19, ສູນຈຳກັດບໍລິເວນ ແລະ ກະກຽມຄວາມພ້ອມໃນດ້ານໆ ເພື່ອຕ້ານ ແລະ ສະກັດກັ້ນການແຜ່ລະບາດພະຍາດດັ່ງກ່າວ ແລະ ຍັງໄດ້ເອົາຕົວຢ່າງໄປກວດຫາເຊື້ອໂຄ ວິດ-19 ຈຳນວນ 24 ຕົວຢ່າງ, ຜົນການກວດແມ່ນບໍ່ມີຜູ້ຕິດເຊື້ອ.
ໃນກອງປະຊຸມຄັ້ງນີ້, ທ່ານ ພົຕ ຄຳລຽງ ອຸທະໄກສອນ ໄດ້ມີຄຳເຫັນ ແລະ ໃຫ້ທິດຊີ້ນຳ ຊຶ່ງທ່ານໄດ້ເນັ້ນໜັກໃຫ້ຄະນະສະເພາະກິດ ຖືເອົາວຽກງານການຕ້ານພະຍາດໂຄວິດ-19 ເປັນຕົ້ນຕໍ ແລະ ເປັນບັນຫາສຳຄັນ ເພື່ອບໍ່ໃຫ້ແຂວງມີການແຜ່ລະບາດພະຍາດດັ່ງກ່າວ ແລະ ໃຫ້ມີຄວາມເດັດຂາດໃນການປິດແຂວງ, ປິດເມືອງ ບໍ່ໃຫ້ຄົນຕ່າງແຂວງເຂົ້າມາແຂວງໄຊສົມບູນ. ນອກຈາກນີ້ ທ່ານ ຍັງເນັ້ນໃຫ້ກະກຽມຄວາມພ້ອມຮອບດ້ານ ເພື່ອຮັບມືກັບການລະບາດພະຍາດດັ່ງກ່າວ ໃນກໍລະນີມີຄົນຕິດເຊື້ອຢູ່ໃນແຂວງຂອງພວກເຮົາ ລວມທັງ ໂຄສະນາເຜີຍແຜ່ປຸກລະດົມທົ່ວປວງຊົນເປັນເຈົ້າການ ເຂົ້າຮ່ວມຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.
ຂ່າວ: ພຸດທະສອນ ເວດສະວົງ


