Vientiane Times Lao
ແຂວງໄຊສົມບູນ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 400 ລ້ານກ່ວາກີບ ເຂົ້າໃນວຽກງານຕ້ານການແຜ່ລະບາດພະຍາດໂຄວິດ-19

ແຂວງໄຊສົມບູນ ໄດ້ຮັບເງິນຊ່ວຍເຫຼືອ ຈຳນວນ 400 ລ້ານກ່ວາກີບ ເຂົ້າໃນວຽກງານຕ້ານການແຜ່ລະບາດພະຍາດໂຄວິດ-19

ອໍານາດການປົກຄອງ ແຂວງ ໄຊສົມບູນ ໄດ້ຮັບເງິນຊ່ວຍເຫຼືອຈຳນວນ 400 ລ້ານກ່ວາກີບ ຈາກສອງພາກສ່ວນພາຍໃນແຂວງ ຊຶ່ງປະກອບມີ ບໍລິສັດ ແຊັດວ່າຍ ມອບໃຫ້ຈຳນວນ 210 ລ້ານກີບ ແລະ ກຸ່ມບໍລິສັດ ຮ່ວມມືເສດຖະກິດ (ໂກເອກໂກ ) ທະຫານເຂດ 4 ມອບໃຫ້ຈຳນວນ 200 ລ້ານກີບ ເພື່ອນຳໃຊ້ເຂົ້າໃນວຽກງານສະກັດກັ້ນຕ້ານການລະບາດຂອງພະຍາດໂຄວິດ-19 ພາຍໃນແຂວງ, ໂດຍສະເພາະວຽກງານໂຄສະນາເຜີຍແຜ່ປຸກລະດົມທົ່ວປວງຊົນໃຫ້ເປັນເຈົ້າການ ເຂົ້າຮ່ວມຕ້ານພະຍາດໂຄວິດ-19 ຢ່າງເຂັ້ມງວດ.

ພິທີມອບຮັບການຊ່ວຍເຫຼືອດັ່ງກ່າວໄດ້ຈັດຂຶ້ນເມື່ອວັນທີ 29 ເມສາ  2021ຜ່ານມານີ້ ທີ່ຫ້ອງວ່າການແຂວງ ໂດຍການກ່າວຮັບຂອງທ່ານ ພົຕ ຄຳລຽງ ອຸທະໄກສອນ ເຈົ້າແຂວງໄຊສົມບູນ ພ້ອມດ້ວຍການນຳແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມເປັນສັກຂີພິຍານ.

ຂໍ້ມູນຂ່າວ: ພຸດທະສອນ

Related Articles

Leave a Reply