Vientiane Times Lao
ແຂວງ ຫົວພັນ ເລີ່ມເປີດການຮຽນ-ການສອນ ນັບແຕ່ ວັນທີ 7 ມິຖຸນາ 2021 ເປັນຕົ້ນໄປ ພ້ອມທັງສຶບຕໍ່ມາດຕະການຕ້ານພະຍາດໂຄວິດ-19

ແຂວງ ຫົວພັນ ເລີ່ມເປີດການຮຽນ-ການສອນ ນັບແຕ່ ວັນທີ 7 ມິຖຸນາ 2021 ເປັນຕົ້ນໄປ ພ້ອມທັງສຶບຕໍ່ມາດຕະການຕ້ານພະຍາດໂຄວິດ-19

ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໄດ້ແຈ້ງການແນະນຳເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກິລາເມືອງ 10 ເມືອງ ແລະ ບັນດາໂຮງຮຽນ ທັງພາກລັດ ແລະ ເອກະຊົນ ໃນທົ່ວແຂວງ ຫົວພັນ ເມື່ຶອບໍ່ດົນມານີ້ ວ່າ: ໃຫ້ໂຮງຮຽນປະຖົມ ປໍ1-ປໍ4, ມັດທະຍົມຕົ້ນ ມໍ1-ມໍ 3, ມັດທະຍົມປາຍ ມໍ5-ມໍ6 ແລະ ມັດທະຍົມສຶກສາສົງ, ວິທະຍາໄລສະໄໝຮຸ່ງເຮືອງ,ໂຮງຮຽນເຕັກນິກ-ວິຊາຊີບແບບປະສົມ, ສູນກາງສຶກສານອກໂຮງຮຽນແຂວງ, ເມືອງ ທັງພາກລັດ ແລະ ເອກກະຊົນ ພາຍໃນແຂວງຫົວພັນ ເລີ່ມເຂົ້າຮຽນນັບແຕ່ວັນທີ 7 ມິຖຸນາ 2021 ເປັນຕົ້ນໄປ ຕາມແຜນການຂອງກະຊວງສຶກສາທິການ ແລະ ກິລາ ວາງອອກ.
ພ້ອມກັນນັ້ນ, ໃຫ້ບັນດາຄູ-ອາຈານ ປຸກລະດົມພໍ່ແມ່ຜູ້ປົກຄອງນັກຮຽນ ເອົາລູກຫຼານມາເຂົ້າຮຽນປົກກະຕິ ພ້ອມທັງແນະນໍາ ໃຫ້ຮັກສາໄລຍະຫ່າງ 1ແມັດຂຶ້ນໄປ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍເຈວ ຫຼື ສະບູ ເພື່ອສຶບຕໍ່ປະຕິບັດຕາມມາດຕະການ ຕ້ານການແຜ່ລະບາດພະຍາດໂຄວິດ-19.
ສ່ວນໂຮງລ້ຽງເດັກ-ໂຮງຮຽນອະນຸບານ ແມ່ນໃຫ້ໂຈະການຮຽນ-ການສອນ ເລີ່ມແຕ່ວັນທີ5-19 ມິຖຸນາ 2021 ຕາມການແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ.

Related Articles

Leave a Reply