ແຂວງ ຫຼວງນໍ້າທາ ມີແຜນຈະພັດທະນາ ເຂດສັກສິດ ພູທາດຫຼວງຈຽງຕຶງ ຢູ່ ເມືອງ ສິງ, ຊຶ່ງກຳລັງລະດົມທຶນ ເພື່ອກໍ່ສ້າງພຣະເຈົ້າໃຫຍ່ປາງປະທານພອນ ໃຫ້ກາຍເປັນແຫຼ່ງທ່ອງທ່ຽວດ້ານວັດທະນະທຳ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ.
ທ່ານ ຄໍາແສງ ແສງມະນີ, ຮອງປະທານແນວລາວສ້າງຊາດ ເມືອງສິງ ລາຍງານຫຍໍ້ກ່ຽວກັບວຽກງານການພັດທະນາແຫຼ່ງທ່ອງທ່ຽວ ໃນກອງປະຊຸມ, ຊຶ່ງຈັດຂຶ້ນໃນ ວັນທີ 15 ສິງຫາທີ່ຜ່ານມາ.
ກອງປະຊຸມໄດ້ປຶກສາຫາລືກັນ ເພື່ອກະກຽມລະດົມທຶນປະກອບສ່ວນເຂົ້າໃນການກໍ່ສ້າງພະເຈົ້າໃຫຍ່ປາງປະທານພອນ ໃຫ້ໄດ້ຕາມລະດັບຄາດໝາຍທີ່ວາງໄວ້.
ພ້ອມທັງລາຍງານການສໍາຫຼວດຈັດສັນ ແຫຼ່ງທ່ອງທ່ຽວນໍ້າຕົກຕາດ ນໍ້າແກ້ວ, ການກໍານົດແບ່ງເຂດພາຍໃນແຫຼ່ງທ່ອງທ່ຽວ ແລະ ຂອບເຂດເນື້ອທີ່ແຫຼ່ງທ່ອງທ່ຽວ.
ຜູ້ເຂົ້າຮ່ວມກອງປະຊຸມຍັງໄດ້ຫາລືກັນ ເພື່ອກໍານົດກິດຈະກໍາການທ່ອງທ່ຽວ, ກິດຈະກໍາໃນເຂດສະຫງວນ ແລະ ກິດຈະກໍາການທ່ອງທ່ຽວໃນເຂດພາຍນອກແຫຼ່ງທ່ອງທ່ຽວ.
ພ້ອມນີ້, ໃນກອງປະຊຸມຍັງໄດ້ແລກປ່ຽນກັນກ່ຽວກັບຄວາມເປັນໄປໄດ້ໃນການພັດທະນາເຂດສັກສິດ ພູທາດຫຼວງຈຽງຕືງ ເພື່ອດຶງດູດນັກທ່ອງທ່ຽວທັງພາຍໃນ ແລະ ຕ່າງປະເທດ ເຂົ້າມາທ່ຽວ ແຂວງ ຫຼວງນໍ້າທາ ໃຫ້ນັບມື້ນັບຫຼາຍຂຶ້ນ ແລະ ສ້າງລາຍຮັບໃຫ້ຊຸມຊົນໃນ ເມືອງ ສິງ.
ພູທາດຫຼວງຈຽງຕຶງ ເປັນສະຖານທີ່ສັກສິດທີ່ສຳຄັນທີ່ສຸດໃນ ເມືອງ ສິງ, ຕັ້ງຢູ່ເທິງຈອມພູ ແລະ ຫ່າງຈາກເທດສະບານເມືອງ ປະມານ 5,5 ກິໂລແມັດ.