ທ່ານ ບຸນເລື່ອມ ມະນີວົງ ຮອງເຈົ້າແຂວງຫຼວງພະບາງ ຫົວໜ້າຄະນະສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະແກ້ໄຂການລະບາດພະຍາດໂຄວິດ-19 ແຂວງ ຫຼວງພະບາງ ໄດ້ຊີ້ນຳກອງປະຊຸມ ຄະນະສະເພາະກິດ ຄວບຄຸມ ໂຄວິດ-19 ແຂວງ ເມື່ອບໍ່ດົນມານີ້ ວ່າ: ແຂວງ ຫຼວງພະບາງ ຍັງຕ້ອງໄດ້ສຸມໃສ່ ຄຸມເຂັ້ມການກວດກາ ກັ່ນຕອງ ດ່ານເຂົ້າ-ອອກລະຫວ່າງແຂວງຕໍ່ແຂວງ ເພາະມັນເປັນຈຸດລໍ່ແຫຼມຂອງການເຂົ້າ-ອອກຜູ້ຄົນຈຳນວນຫຼາຍ ເປັນຕົ້ນແມ່ນແຂວງທີ່ຍັງເປັນເຂດແດງ ແລະ ເຂດເຫຼືອງ ທີ່ຍັງມີການເຝົ້າລະວັງການລະບາດພະຍາດໂຄວິດ-19.
ສະນັ້ນ ແຂວງ ຫຼວງພະບາງ ຍັງຕ້ອງໄດ້ສືບຕໍ່ກວດກາຢ່າງເຄັ່ງຂັດ 5 ດ່ານສຳຄັນ ເຊັ່ນ: ດ່ານເມືອງພູຄູນ ຫາ ເມືອງກາສີ ແຂວງ ວຽງຈັນ, ດ່ານເມືອງນານ ຫາ ເມືອງກາສີ ແຂວງ ວຽງຈັນ, ດ່ານເມືອງນານ ຫາ ແຂວງໄຊຍະບຸລີ, ດ່ານເມືອງຈອມເພັດ ຫາ ເມືອງຫົງສາ ແຂວງ ໄຊຍະບູລີ ແລະ ດ່ານຫ້ວຍໝ້ຽງ ເມືອງນໍ້າບາກ ຫາ ແຂວງ ອຸດົມໄຊ ແມ່ນຕ້ອງໄດ້ມີການກວດກາຢ່າງລະອຽດ ຕະຫຼອດ 24 ຊົ່ວໂມງ.
ທ່ານ ບຸນເລື່ອມ ມະນີວົງ ຍັງໄດ້ເນັ້ນຕື່ມ ອີກວ່າ: ຄົນຜ່ານດ່ານເຂົ້າ-ອອກຕ້ອງມີໜັງສືຖືກຕ້ອງ ຈາກຄະນະສະເພາະກິດຂອງແຕ່ລະແຂວງ ຈຶ່ງໃຫ້ເຂົ້າມາໄດ້, ໃນນັ້ນ ເຈົ້າໜ້າທີ່ປະຈຳຢູ່ດ່ານກໍ່ຕ້ອງມີການປ່ຽນກັນເວນ ຍາມ ຢ່າງເຂັ້ມງວດ ເວລາມີບັນຫາກັບຄົນເຂົ້າ-ອອກຕ້ອງເອົາເຫດເອົາຜົນມາແກ້ບັນຫາໃຫ້ຖືກຕ້ອງ ເພື່ອ ຫຼີກລ່ຽງ ບໍ່ໃຫ້ມີປະກົດການຫຍໍໍ້ທໍ້ທີ່ບໍ່ດີເກີດຂຶ້ນຢ່າງເດັດຂາດ.
ຂໍ້ມູນ: ຂ່າວສານຫຼວງພະບາງ