Vientiane Times Lao
ແຂວງ ອຸດົມໄຊ ສືບຕໍ່ຈັດຕັ້ງຈຸດກວດຊາຍແດນ ເຂົ້າ-ອອກ ແຂວງອຸດົມໄຊ-ແຂວງຫຼວງພະບາງ ແລະ ອຸດົມໄຊ-ຜົ້ງສາລີ ຕະຫຼອດ 24 ຊົ່ວໂມງ

ແຂວງ ອຸດົມໄຊ ສືບຕໍ່ຈັດຕັ້ງຈຸດກວດຊາຍແດນ ເຂົ້າ-ອອກ ແຂວງອຸດົມໄຊ-ແຂວງຫຼວງພະບາງ ແລະ ອຸດົມໄຊ-ຜົ້ງສາລີ ຕະຫຼອດ 24 ຊົ່ວໂມງ

ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ,​ ຫົວໜ້າຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດໂຄວິດ-19 ຂັ້ນແຂວງ ພ້ອມດ້ວຍຄະນະ ໄດ້ລົງເຄື່ອນໄຫວຕິດຕາມກວດກາ ການຈັດຕັ້ງກຳລັງເຈົ້າໜ້າທີ່ ປະຈຳຈຸດກວດຄົນ ເຂົ້າ-ອອກ ເມືອງ ລະຫວ່າງ ຊາຍແດນ ແຂວງອຸດົມໄຊ – ແຂວງຫຼວງພະບາງ ຈຸດຫຼັກ 44 ເສັ້ນທາງເລກທີ 13 ເໜືອ ແລະ ຈຸດຫຼັກ 50 ເສັ້ນທາງ 2 E ລະຫວ່າງ ຊາຍແດນ ແຂວງອຸດົມໄຊ – ແຂວງຜົ້ງສາລີ ຕະຫຼອດ 24 ຊົ່ວໂມງ ເພື່ອສືບຕໍ່ປະຕິບັດມາດຕະການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງເຂັ້ມງວດ ເມື່ອບໍ່ດົນມານີ້.

ໃນການລົງເຄື່ອນໄຫວ ຕິດຕາມ ຢູ່ສອງຈຸດດັ່ງກ່າວ ແມ່ນເນັ້ນໃສ່ການກວດກາ ເວນຍາມ ສະພາບ ການ ເຂົ້າ-ອອກ ເມືອງ ຂອງພົນລະເມືອງລາວ ແລະ ຕ່າງປະເທດ ທີ່ເດີນທາງຜ່ານແຂວງອຸດົມໄຊ ເຫັນວ່າ ເຈົ້າໜ້າທີ່ສະເພາະກິດປະຈໍາຢູ່ແຕ່ລະຈຸດກວດ ໄດ້ເອົາໃຈໃສ່ເຄື່ອນໄຫວເວນຍາມ ປະຕິບັດໜ້າທີ່ວຽກງານດ້ວຍຄວາມອົດທົນ, ຕັ້ງໃຈບຸກບືນສູ້ຊົນ ແລະ ມີຄວາມຮັບຜິດຊອບສູງ.

ໃນນັ້ນ ເຈົ້າໜ້າທີ່ ໄດ້ເຂັ້ມງວດປະຕິບັດແຕ່ລະຈຸດກວດ ເຊັ່ນ: ຄົນເຂົ້າມາຕ້ອງມີເອກະສານຢັ້ງຢືນຄົບຖ້ວນ ເປັນຕົ້ນ ບັດປະຈໍາຕົວ, ໃບຢັ້ງຢືນການສັກຢາວັກຊີນ, ໃບອະນຸຍາດຈາກຄະນະສະເພາະກິດ ຕົ້ນທາງ-ປາຍທາງ ແລະ ອື່ນໆ ເພື່ອເຮັດໃຫ້ສະພາບພາຍໃນຂອບເຂດຮັບຜິດຊອບຂອງຕົນເອງໃຫ້ມີຄວາມສະຫງົບໂດຍພື້ນຖານ ເພື່ອແນໃສ່ ສະກັດກັ້ນ ແລະ ຕອບຕ້ານ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19 ໃຫ້ຫຼຸດລົງເປັນກ້າວໆ.

ຂໍ້ມູນຂ່າວ: ໄມພອນ

Related Articles

Leave a Reply