Vientiane Times Lao
ແຂວງ ເຊກອງ ກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019

ແຂວງ ເຊກອງ ກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019

ສາທາລະນະສຸກ ແຂວງເຊກອງ ໄດ້ມີການຝຶກອົບຮົມໃຫ້ວິຊາການແພດເພື່ອກະກຽມຄວາມພ້ອມໃນການປ້ອງກັນເຊື້ອຈຸລະໂລກສາຍພັນໃໝ່ 2019.

ອີງຕາມແຫຼ່ງຂ່າວຈາກສື່ມວນຊົນທ້ອງຖິ່ນໃຫ້ຮູ້ວ່າ: ອາທິດຜ່ານມານີ້ ທ່ານ ຖາວອນ ພົມມະໄລລຸນ ຮອງເຈົ້າແຂວງ ເຊກອງ ໄດ້ລົງຕິດຕາມຊຸກຍູ້ການກະກຽມຄວາມພ້ອມຂອງ ພະນັກງານໂຮງໝໍແຂວງ ໃນການກະກຽມຄວາມພ້ອມເພື່ອປ້ອງກັນການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019.

ໃນໂອກາດດຽວກັນນັ້ນ, ທ່ານ ຖາວອນ ກໍ່ໄດ້ຕິດຕາມການສາທິດການສວມໃສ່ຊຸດອຸປະກອນການແພດໃນການປ້ອງກັນພະຍາດດັ່ງກ່າວຈາກທີມແພດໝໍ ທີ່ໄດ້ຮັບການຝຶກອົບຮົມມາແລ້ວ ຫຼັງຈາກນັ້ນ ທ່ານກໍໄດ້ເນັ້ນໜັກໃຫ້ບັນດາພະນັກງານແພດໝໍ ເອົາໃຈໃສ່ແນະນໍາວິທີການປ້ອງກັນໃຫ້ຄົນອື່ນໆ ຕໍ່ໄປຢ່າງທົ່ວເຖິງ.

ມາເຖິງປະຈຸບັນນີ້, ຢູ່ ສປປ ລາວ ຍັງບໍ່ທັນມີລາຍງານກໍລະນີຕິດເຊື້ອຈຸລະໂລກສາຍພັນໃໝ່ 2019.

ອີງຕາມການລາຍງານຂອງໜັງສືພິມປະຊາຊົນລາຍວັນຈີນ: ມາຮອດເວລາ 24 ໂມງ ຂອງວັນທີ 9 ມີນາ, ຢູ່ ສປ ຈີນ ມີຜູ້ຕິດເຊື້ອພະຍາດທັງໝົດ 80,754 ກໍລະນີ, ໃນນັ້ນມີຜູ້ປ່ວຍທີ່ກໍາລັງໄດ້ຮັບການປີ່ນປົວຢູ່ໂຮງໝໍ 17,721 ກໍລະນີ, ສົງໄສຕິດເຊື້ອພະຍາດ 349 ກໍລະນີ, ປີ່ນປົວດີແລ້ວ 59,897 ກໍລະນີ, ແລະ ເສຍຊີວິດ 3,136 ຄົນ.

ອົງການອະນາໄມໂລກ (WHO) ກໍ່ໄດ້ລາຍງານວ່າ: ມາຮອດວັນຈັນ ວັນທີ 9 ມີນາ ທົ່ວໂລກມີຜູ້ຕິດເຊື້ອພະຍາດ ຈໍານວນທັງໝົດ 109,578 ກໍລະນີ, ເຊິ່ງເປັນການເພີ່ມຂຶ້ນຂອງການຕິດເຊື້ອ 3,994 ກໍລະນີຈາກມື້ກ່ອນ. ໃນຈຳນວນຜູ້ຕິດເຊື້ອໃໝ່ 3,994 ກໍລະນີ, 3,949 ກໍລະນີແມ່ນຢູ່ນອກປະເທດຈີນ. ໃນຈຳນວນ 28,674 ກໍລະນີ ທີ່ໄດ້ຮັບການຢັ້ງຢືນຕິດເຊື້ອພະຍາດຢູ່ນອກປະເທດຈີນ, ມີ 686 ຄົນໄດ້ເສຍຊີວິດ, ເຊິ່ງເປັນການເພີ່ມຂຶ້ນ 202 ຄົນທີ່ເສຍຊີວິດເມື່ອທຽບກັບມື້ກ່ອນ.

ຂ່າວ: ວຽງຈັນທາຍ

ພາບ: ສື່ມວນຊົນ ແຂວງເຊກອງ

Related Articles

Leave a Reply