Vientiane Times Lao
ແພດໝໍຢືນຢັນ ‘ກິນໄຂ່ຕົ້ມ’ ບໍ່ສາມາດປົວເຊື້ອຈຸລະໂລກໂຄໂຣນາໄດ້

ແພດໝໍຢືນຢັນ ‘ກິນໄຂ່ຕົ້ມ’ ບໍ່ສາມາດປົວເຊື້ອຈຸລະໂລກໂຄໂຣນາໄດ້

‘ກິນໄຂ່ຕົ້ມ‘ ຕ້ານພະຍາດອັກເສບປອດຈາກເຊື້ອຈຸລະໂລກ ຫຼື ເຊື້ອຈຸລະໂລກໂຄໂຣນາສາຍພັນໃໝ່ ແມ່ນບໍ່ມີມູນຄວາມຈິງ ທີ່ອອກຜ່ານສື່ສັງຄົມອອນລາຍໃນປະຈຸບັນ, ເປັນພຽງແຕ່ກຸ່ມຄົນບໍ່ຫວັງດີສ້າງຄວາມບໍ່ສະຫງົບໃນສັງຄົມ ຜ່ານນສື່ສັງຄົມອອນລາຍເທົ່ານັ້ນ.

ທ່ານ ດຣ ຈັນທະໄລ ໄຊຍະວົງ ຫົວໜ້າ ສູນປະຕິບັດການພາວະສຸກເສີນ ພະແນກສາທາລະນະສຸກນະຄອນຫຼວງ ຢັ້ງຢືນໃນຕອນບ່າຍຂອງມື້ນີ້ ວັນມີ 07 ກຸມພາ 2020 ວ່າ: ເປັນໄປບໍ່ໄດ້ດັດຂາດທີ່ຈະ ກິນໄຂ່ຕົ້ມແລ້ວສາມາດຮັກສາພະຍາດດັ່ງກ່າວໄດ້. ນັ້ນເປັນກະແສຈາກສື່ສັງຄົມອອນລາຍ ທີ່ບຸກຄົນ ຫລື ກຸ່ມຄົນທີ່ບໍ່ຫວັງດີສ້າງຂຶ້ນມາປັ່ນປ່ວນສັງຄົມເຮົາໃຫ້ມີຄວາມວຸ້ນວາຍ. ສະນັ້ນ ຖ້າບໍ່ຢາກຕິດເຊື້ອພະຍາດດັ່ງກ່າວ ແມ່ນຕ້ອງປະຕິບັດຕາມການແນະນຳຂອງແພດ ໝໍ ແລະ ກະຊວງສາທາລະນະສຸກ ເທົ່ານັ້ນ ຄື ການລ້າງມື້ໃຫ້ສະອາດດ້ວຍສະບູ, ປະຕິບັດມາລະຍາດໃນການໄອ ຫຼື ຈາມ ແລະ ກິນອາຫານທີ່ສຸກ ສະອາດປອດໄພ, ເວລາມີໄຂ້, ໄອ ໃຫ້ໃສ່ຜ້າອັດປາກ ແລະ ດັງ ໄປຫາໝໍຖ້າມີອາການຫາຍໃຈຝືດ, ເທົ່ານີ້ກໍ່ປ້ອງກັນພະຍາດຕ່າງໆໄດ້ແລ້ວ.

ທ່ານ ດຣ ຈັນທະໄລ ຍັງໄດ້ແນະນຳາໃຫ້ ປະຊາຊົນມີສະຕິໃນການບໍລິໂພກຂໍ້ມູນຂ່າວສານຕ່າງໆ ໂດຍສະເພາະແມ່ນຜ່ານສື່ສັງຄົມອອນລາຍ, ກ່ອນທີ່ຈະແບ່ງປັນຫຼື ແຊ ໃຫ້ຄົນອື່ນຮູ້ນຳ.

ຖ້າຫາກສັງຄົມຢາກຮູ້ຈັກຂໍ້ມູນກ່ຽວກັບພະຍາດຕ່າງໆ ແມ່ນໃຫ້ຕິດຕໍ່ເບີ 166 ໄດ້ຕະຫຼອດ 24 ຊົ່ວໂມງ ຫຼືບັນດາໂຮງໝໍທີ່ໃກ້ບ້ານຂອງທ່ານ.

ຂ່າວ-ພາບ: ວຽງຈັນທາຍ

Related Articles

Leave a Reply