ຄົນລາວຈໍານວນ 103 ຄົນ (ຍິງ 44 ຄົນ) ທີ່ໄປເຮັດວຽກຢູ່ຕ່າງປະເທດໄດ້ກັບມາລາວ ເຊິ່ງມີຄວາມສ່ຽງກ່ຽວກັບການຕິດເຊື້ອພະຍາດໂຄວິດ-19 ກຸ່ມຄົນດັ່ງກ່າວໄດ້ເດີນທາງ ມາຮອດ ສປປ ລາວ ແລ້ວ ໃນວັນທີ 4 ພຶດສະພາ ທີ່ຜ່ານມາ ຫຼັງຈາກທີ່ລັດຖະບານໄດ້ປະກາດຈັດຕັ້ງປະຕິບັດມາດຕະການຜ່ອນຜັນຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ເລກທີ 06/ນຍ, ລົງວັນທີ 29 ມີນາ 2020.
ປກສ ນະຄອນຫຼວງວຽງຈັນ ໄດ້ເອົາລົດໄປຮັບເອົາເພື່ອນໍາສົ່ງເຂົ້າສູນຢູ່ຫຼັກ 27 ເມືອງໄຊທານີ ນະຄອນຫຼວງວຽງຈັນ ເພື່ອຕິດຕາມອາການ ແລະ ໄຈ້ແຍກບຸກຄົນທີ່ມີຄວາມສ່ຽງຕິດເຊື້ອພະຍາດໂຄວິດ-19.
ໃນໄລຍະທີ່ຖືກກັກກັນ ຖ້າກວດພົບບຸກຄົນໃດໜຶ່ງໃນ ຈຳນວນ 103 ຄົນ ທີ່ມີອາການຄ້າຍກັບເຊື້ອພະຍາດໂຄວິດ-19 ເຊັ່ນ: ໄຂ້ຂຶ້ນສູງ ມີອຸນຫະພູມຂຶ້ນກາຍ 37,5 ອົງສາ, ໄອ- ຈາມ, ເຈັບຄໍ ແລະ ອື່ນໆ ແມ່ນຈະຖືກນຳສົ່ງໄປກວດຢູ່ໂຮງໝໍທັນທີ, ກໍລະນີບໍ່ມີອາການ ຫຼື ບໍ່ພົບເຊື້ອແມ່ນຈະໃຫ້ພັກອາໄສຢູ່ໃນສູນດັ່ງກ່າວກ່ອນເພື່ອຕິດຕາມອາການຈົນຄົບ 14 ວັນ ກ່ອນທີ່ຈະອະນຸຍາດໃຫ້ກັບບ້ານ.
ຂ່າວ: ວຽງຈັນທາຍ
ພາບ: ປກສ ນະຄອນຫລວງ