ກົມການຈັດຫາງານ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ (ຮສສ) ໄດ້ສົ່ງແຮງງານລາວໄປເຮັດວຽກຕາມລະດູການ ຢູ່ ປະເທດ ສ.ເກົາຫຼິ ນັບແຕ່ເດືອນພຶດສະພາ 2022 ມາຮອດປັດຈຸບັນຫຼາຍກວ່າ 11,000 ຄົນ( ຍິງຫຼາຍກວ່າ 5,000 ຄົນຢູ່ 2 ແຂວງ ແລະ 80 ເມືອງ.
ເມື່ອມໍ່ໆມານີ້, ທ່ານ ນາງ ອານຸສອນ ຄຳສິງສະຫວັດ ຫົວໜ້າກົມການຈັດຫາງານ ກະຊວງ ຮສສ ແລະ ທ່ານ Park Yomg Cheol ເຈົ້າເມືອງກັງຮວາ ສ.ເກົາຫຼີ ກໍໄດ້ເຊັນບົດບັນທຶກຄວາມເຂົ້າໃຈວ່າດ້ວຍການຈັດສົ່ງຜູ້ອອກແຮງງານລາວໄປເຮັດວຽກຢູ່ ສ.ເກົາຫຼີ ຕາມລະດູການຢູ່ເມືອງກັງຮວາ ສ.ເກົາຫຼີ ໂດຍມີທ່ານ ໂພໄຊ ໄຊຍະສອນ ລັດຖະມົນຕີກະຊວງແຮງງານ ແລະ ສະຫວັດດີການສັງຄົມ ແລະ ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ທີ່ມາ: ຂ່າວສານ ຮສສ