Vientiane Times Lao
ແຮງງານລາວຫຼາຍ 100 ຄົນ ເດີນທາງກັບຈາກປະເທດໄທ

ແຮງງານລາວຫຼາຍ 100 ຄົນ ເດີນທາງກັບຈາກປະເທດໄທ

ນັບແຕ່ທ້າຍອາທິດທີ່ຜ່ານມາ ຈົນຮອດມື້ເຊົ້ານີ້ ແຮງງານລາວຫຼາຍ 100 ຄົນ ໄດ້ເດີນທາງກັບຈາກປະເທດໄທ ໂດຍຜ່ານດ່ານສາກົນຊ່ອງເມັກ, ດ່ານສາກົນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ແລະ ແຫ່ງທີ່ 2.

ເພື່ອປະຕິບັດຕາມມາດຕະການໃນການປ້ອງກັນ ແລະ ສະກັດກັ້ນ ການແຜ່ລະບາດຂອງພະຍາດ COVID-19, ທິມສະເພາະກິດສາທາລະນະສຸກ ຂອງ ສປປ ລາວ ທີ່ປະຈໍາຢູ່ດ່ານສາກົນຕ່າງໆ ກໍ່ໄດ້ມີການກັ່ນຕອງຢ່າງລະອຽດ ເປັນຕົ້ນແມ່ນການວັດແທກອຸນຫະພູມຮ່າງກາຍ ແລະ ອື່ນໆ ໂດຍສະເພາະຜູ້ທີ່ເດີນທາງມາຈາກບັນດາປະເທດທີ່ມີການລະບາດຂອງພະຍາດ COVID-19.  

ອີງຕາມແຫຼ່ງຂ່າວຈາກສໍານັກຂ່າວ The Nation (Thailand), ມາຮອດຕອນເຊົ້າຂອງວັນທີ 23 ມີນາ 2020, ຈຳນວນຜູ້ຕິດເຊື້ອພະຍາດ COVID-19 ຢູ່ປະເທດໄທ ລວມມີ 721 ຄົນ, ໃນນັ້ນ 668 ຄົນ ແມ່ນກຳລັງຢູ່ໃນໄລຍະປິ່ນປົວ, ປິ່ນປົວຫາຍແລ້ວ 52 ຄົນ ແລະ ມີຜູ້ເສຍຊີວິດ 1 ຄົນ.

ເພື່ອເປັນການສະກັດກັ້ນການແຜ່ລະບາດຂອງພະຍາດດັ່ງກ່າວ, ກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ຂອງ ສປປ ລາວ ກໍ່ໄດ້ແນະນຳເພີ່ມຕື່ມຂັ້ນຕອນໃນການຈຳກັດບໍລິເວນຢູ່ສະຖານທີ່ພັກເຊົາຂອງຕົນເອງໃນໄລຍະ 14 ວັນ, ທຸກຄົນທີ່ເດີນທາງເຂົ້າມາ ສປປ ລາວ ເພີື່ອປອ້ງກັນ ແລະ ສະກັດກັ້ນ ເຊື້ອພະຍາດ COVID-19.

ຂໍ້ແນະນຳດັ່ງກ່າວປະກອບມີ: ວັດແທກອຸນຫະພູມຮ່າງກາຍ ສອງເທຶ່ອຕໍ່ມື້ (ເຊົ້າ-ແລງ), ສັງເກດຕົນເອງວ່າມີການໄຂ້, ໄອ ຫຼື ຫາຍໃຈຍາກ ແລະ ອາການອຶ່ນໆ (ພ້ອມທັງໝາຍໃສ່ຕາຕະລາງໃນການຕິດຕາມອາການ ແລະ ອຸນຫະພູມຮ່າງກາຍ). ໃຫ້ຢູ່ໃນແຕ່ສະຖານທີ່ພັກເຊົາຂອງຕົນເອງເທົ່ານັ້ນ (ເຮືອນ, ໂຮງແຮມ, ຫໍພັກ, ສະຖານທີ່ຈັດກຽມໄວ້) ເປັນເວລາ 14 ວັນ, ໃຫ້ມີຜູ້ສົ່ງອາຫານ ແລະ ນໍ້າ ໃຫ້ຢູ່ໜ້າຫ້ອງ. ບໍ່ໃຫ້ເດີນທາງໄປຂ້າງນອກ, ບໍ່ໃຫ້ໃກ້ຊິດກັບຄົນອຶ່ນ ໂດຍບໍ່ໄດ້ຮັບການອະນູຍາດ. ຖ້າວ່າບໍ່ມີຫ້ອງເປັນຂອງຕົນເອງ ໃຫ້ຈັດສັນບໍລິເວນພັກເຊົາຂອງຕົນເອງ ໃຫ້ຫ່າງຈາກຄົນອ້ອມຂ້າງ ຢ່າງໜ້ອຍ 2 ແມັດ ແລະ ບໍ່ໃຫ້ໃຊ້ເຄື່ອງຂອງປະປົນກັບຄົນອຶ່ນ. ເປິດປ່ອງຢ້ຽມ ເພື່ອລະບາຍອາກາດພາຍໃນຫ້ອງໃຫ້ຖ່າຍເທ. ໝັ່ນລ້າງມືໃສ່ສະບູ ແລະ ນໍ້າສະອາດ ຫຼື ໃຊ້ເຈວລ້າງມືທີ່ມີສ່ວນປະສົມຂອງເຫຼົ້າ ແຕ່ 70%-95%. ຮັກສາມາລະຍາດໃນເວລາການໄອ ແລະ ຈາມ ໃຫ້ອັດປາກ ແລະ ດັງ ດ້ວຍກົກແຂນ ຫຼື ໃຫ້ເຈ້ຍອະນາໄມ ແລະ ຖິ້ມເຈ້ຍອະນາໄມທີ່ໃຊ້ແລ້ວໃສ່ຖັງຂີ້ເຫຍື້ອທັນທີ.

ຖ້າວ່າຮູ້ສຶກບໍ່ສະບາຍ ມີໄຂ້, ໄອ ຫຼື ມີບັນຫາລະບົບຫາຍໃຈ ຫຼື ມີຄວາມຕ້ອງການ ການບໍລິການທາງການແພດ ອຶ່ນໆ ແມ່ນໃຫ້ໂທປຶກສາສາດ່ວນ 166 ຫຼື + 856 20 54066777 ພ້ອມທັງເລົ່າປະຫັວດການເດີນທາງມາແຕ່ເຂດສ່ຽງໃຫ້ທ່ານໝໍລະອຽດ. ພາຍຫຼັງຕິດຕາມຄົບກໍານົດ 14 ວັນ ແລະ ບໍ່ມີອາການຜິດປົກກະຕິຫຍັງ ແມ່ນສາມາດອອກໄປເຄື່ອນໄຫວ ດໍາເດີນວຽກປະຈໍາວັນຕາມປົກກະຕິ.

ຂ່າວ: ວຽງຈັນທາຍ

ພາບ: ຄໍາພັນ

Related Articles

Leave a Reply