Vientiane Times Lao
ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບ ສະຖານທີ່ທ່ອງທ່ຽວ ພຣະທາດຕູມພະວັງ ບ້ານນາວາງໃຫຍ່ ຈະສໍາເລັດທ້າຍເດືອນ ມິຖຸນາ ນີ້

ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບ ສະຖານທີ່ທ່ອງທ່ຽວ ພຣະທາດຕູມພະວັງ ບ້ານນາວາງໃຫຍ່ ຈະສໍາເລັດທ້າຍເດືອນ ມິຖຸນາ ນີ້

ໂຄງການກໍ່ສ້າງປ້ອງກັນຕາຝັ່ງເຈື່ອນ ຕິດພັນກັບ ສະຖານທີ່ທ່ອງທ່ຽວ ພຣະທາດຕູມພະວັງ ບ້ານນາວາງໃຫຍ່ ເມືອງໜອງບົກແຂວງຄຳມ່ວນ ເລີ່ມລົງມືກໍ່ສ້າງໃນຕົ້ນເດືອນເມສາ 2021 ມີຄວາມຍາວທັງໝົດ ປະມານ 300 ແມັດ ຊຶ່ງມາຮອດປະຈຸບັນການກໍ່ສ້າງ ແມ່ນປະຕິບັດໄດ້ແລ້ວ 85% ແລະ ຄາດວ່າຈະໃຫ້ສຳເລັດ 100% ໃນທ້າຍເດືອນ ມິຖຸນາ 2021 ນີ້.
ໂຄງການດັ່ງກ່າວ ແມ່ນເນັ້ນໃສ່ ສົ່ງເສີມການທ່ອງທ່ຽວດ້ານວັດທະນະທຳ ຕິດພັນກັບພຣະທາດຕູມພະວັງ ໂດຍການຊຸກຍູ້ໃຫ້ມີ ການສະແດງສີລະປະວັນນະຄະດີ ແລະ ການສົ່ງເສີມການຂາຍຜະລິດຕະພັນທາງດ້ານກະສິກຳ-ຫັດຖະກຳ ຂອງທ້ອງຖິ່ນ ຕິດພັນກັບການຈັດງານບຸນ ເພື່ອດຶງດູດ ນັກທ່ອງທ່ຽວ ໃຫ້ເຂົ້າມາທ່ອງທ່ຽວຫຼາຍຂຶ້ນໃນອະນາຄົດ  ພາຍຫຼັງທີ່ມີການຜ່ອນຄາຍ ຂອງພະຍາດໂຄວິດ-19.

ຂ່າວ: ແຂວງ ຄໍາມ່ວນ

Related Articles

Leave a Reply