Vientiane Times Lao
ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຈະສໍາເລັດໃນປີ 2028

ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ ຈະສໍາເລັດໃນປີ 2028

ໂຄງການກໍ່ສ້າງໂຮງໝໍມະຫາວິທະຍາໄລ ວິທະຍາສາດສຸຂະພາບ ທີ່ຕັ້ງຢູ່ບ້ານຊຽງດາ ເຂດດົງໂພສີ ນະຄອນຫຼວງວຽງຈັນ ຈະໃຊ້ເວລາກໍ່ສ້າງ 31 ເດືອນ (ຕຸລາ 2025- ເມສາ 2028), ພາຍຫຼັງໄດ້ມີພິທີວາງສີລາລຶກໂຄງການ ດັ່ງກ່າວຂຶ້ນໃນວັນທີ 27 ຕຸລາ 2025 ຜ່ານມານີ້ ໂດຍການເຂົ້າຮ່ວມຂອງທ່ານ ນາງ ໃບຄໍາ ຂັດທິຍະ ລັດຖະມົນຕີກະຊວງສາທາລະນະສຸກ, ທ່ານ ຈອງ ຢອງ ຊູ ເອກອັກຄະລັດຖະທູດຜູ້ມີອຳນາດເຕັມ ແຫ່ງ ສ ເກົາຫຼີ ປະຈຳລາວ ພ້ອມດ້ວຍພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໂຄງການນີ້ ແມ່ນໜຶ່ງໃນໂຄງການລົງທຶນຂອງລັດ ທີ່ເປັນບູລິມະສິດຂອງລັດຖະບານລາວ ໃນຂະແໜງການສາທາລະນະສຸກ, ໂດຍນຳໃຊ້ທຶນກູ້ຢືມດອກເບັ້ຍຜ່ອນຜັນ ຈາກທະນາຄານ K- Exim Bank, EDCF ສ ເກົາຫຼີ, ມີມູນຄ່າກໍ່ສ້າງ 80.1 ລ້ານກວ່າໂດລາສະຫະລັດ ໃນນັ້ນ ເປັນການກໍ່ສ້າງໂຮງໝໍ ແລະ ສູນຈຳລອງ 48ລ້ານກວ່າໂດລາສະຫະລັດ, ການ​ສະ​ໜອງ ​ແລະ​ ການ​ຕິດ​ຕັ້ງ​ອຸ​ປະ​ກອນ​ການ​ແພດ ​26.5 ລ້ານກວ່າໂດລາສະຫະລັດ ແລະ ການສະໜອງ ແລະ ການຕິດຕັ້ງສໍາລັບ HIS ຂອງໂຮງຫມໍ 5.5 ລ້ານກວ່າໂດລາສະຫະລັດ.

ອາຄານຫຼັກຂອງໂຮງໝໍ ມີຂະຫນາດ 87.60 x 92.40m ມີ 3 ຊັ້ນ ທີ່ນໍາໃຊ້ສໍາລັບພາກສ່ວນກວດເຂດນອກ, ວິເຄາະ, ລັງສີ, ສຸກເສີນ, ຜ່າຕັດ, ປະສູດ … ແລະ ນັບຈາກຊັ້ນທີ 4 ຫາທີ 8 ມີຂະຫນາດ 24.90 x 92.40 m ແມ່ນນໍາໃຊ້ ສໍາລັບການປິ່ນປົວ ແລະ ສິດສອນໄປຄຽງຄູ່ກັນ ຊຶ່ງມີຈຳນວນຕຽງທັງໜົດ 400 ຕຽງ ມີຫ້ອງນອນ 3 ປະເພດຄື 1 ຕຽງ, 2 ຕຽງ ແລະ ຫ້ອງລວມ 5 ຕຽງ.

ອາຄານຫຼັກ ນອກຈາກສະໜອງ ແລະ ຕິດຕັ້ງອຸປະກອນການແພດທີ່ສໍາຄັນສໍາລັບຊ່ວຍໃນການບົ່ງມະຕິ ແລະ ປິ່ນປົວ ເຊັ່ນ MRI, CT Scan, ລະບົບອົກຊີ, CSSD… ແລ້ວ ຍັງປະກອບ ດ້ວຍເຄື່ອງອໍານວຍຄວາມສະດວກໃຫ້ກັບປະຊາຊົນ ຄົນເຈັບມາບໍລິການ.

ນອກຈາກນັ້ນ ຍັງມີຕຶກສູນຈໍາລອງ (Simulation Center) ທີ່ປະກອບດ້ວຍອຸປະກອນການແພດ, ອຸປະກອນການສຶກສາດ້ານການແພດ, ອາຄານສໍາລັບລະບົບພະລາທິການ, ສູນອາຫານ, ໂຮງຈັກ ໄຟຟ້າສໍາຮອງ, ລະບົບບຳບັດນໍ້າເປື້ອນ, ຂີ້ເຫຍື້ອທົ່ວໄປ ແລະ ຂີ້ເຫຍື້ອອະເຊື້ອ, ບ່ອນຈອດລົດຈັກ ແລະ ລົດໃຫ່ຍຂອງແຂກພາຍນອກ ແລະ ພະນັກງານ ແລະ ອື່ນໆ. 

Related Articles

Leave a Reply