ໂຄງການກໍ່ສ້າງ ໂຮງໝໍມິດຕະພາບ ດາໜັງ-ເຊກອງ ຈະກໍ່ສ້າງໃຫ້ສໍາເລັດພາຍໃນ 36 ເດືອນ

 ໂຄງການກໍ່ສ້າງ ໂຮງໝໍມິດຕະພາບ ດາໜັງ-ເຊກອງ ຈະກໍ່ສ້າງໃຫ້ສໍາເລັດພາຍໃນ 36 ເດືອນ

ໂຄງການກໍ່ສ້າງ ໂຮງໝໍມິດຕະພາບ ດາໜັງ-ເຊກອງ ຈະໃຊ້ໄລຍະເວລາດໍາເນີນການກໍ່ສ້າງໃຫ້ສໍາເລັດພາຍໃນ 36 ເດືອນ, ພາຍຫຼັງ ໄດ້ມີພິທີວາງສີລາລືກໂຄງການກໍ່ສ້າງດັ່ງກ່າວ ຈັດຂຶ້ນໃນວັນທີ 1 ເມສາ 2026 ຢູ່ເມືອງທ່າແຕງ ແຂວງເຊກອງ, ໂດຍມີທ່ານ ບຸນຫຼາຍ ບຸດທິ ເລຂາພັກແຂວງເຊກອງ, ທ່ານ ເລ ຫງ໋ອກ ກວາງ ເລຂາພັກນະຄອນດາໜັງ ສສ ຫວຽດນາມ ພ້ອມດ້ວຍພາກສ່ວນກ່ຽວຂ້ອງ ເຂົ້າຮ່ວມ.

ໂຄງການ ກໍ່ສ້າງໂຮງໝໍມິດຕະພາບ ດາໜັງ- ເຊກອງ, ມີມູນຄ່າການລົງທຶນ 6,7 ລ້ານໂດລາສະຫະລັດ, ຂະໜາດໂຄງການປະກອບມີ: ອາຄານໂຮງໝໍ 2 ຊັ້ນ, ອາຄານຫໍພັກພະນັກງານ 2 ຊັ້ນ,  ຫ້ອງເກັບມ້ຽນສົບ, ສະຖານທີ່ເກັບກຳ ແລະ ບຳບັດສິ່ງເສດເຫຼືອ, ເຮືອນເຄື່ອງປັ່ນໄຟຟ້າ ແລະ ອຶ່ນໆ. ໂຄງການດັ່ງກ່າວນີ້ ຈະກາຍເປັນສັນຍາລັກ ແລະ ຈຸດເດັ່ນຂອງການຮ່ວມມື, ມິດຕະພາບ ລະຫວ່າງ ນະຄອນດາໜັງ ແລະ ແຂວງເຊກອງ ທັງນີ້ ກໍເພື່ອຮັບໃຊ້ໃນການກວດ ແລະ ດູແລສຸຂະພາບ ຂອງປະຊາຊົນບັນດາເຜົ່າແຂວງເຊກອງ ແລະ ແຂວງໃກ້ຄຽງ ທີ່ມາໃຊ້ບໍລິການປິ່ນປົວສຸຂະພາບ.

ທ່ານ ບຸນຫຼາຍ ບຸດທິ ໄດ້ກ່າວວ່າ: ໂຄງການກໍ່ສ້າງ ໂຮງໝໍມິດຕະພາບ ດາໜັງ-ເຊກອງ ເປັນຂອງຂວັນຈາກຄະນະພັກ, ອົງການປົກຄອງ ແລະ ປະຊາຊົນນະຄອນດາໜັງ ແຫ່ງ ສສ ຫວຽດນາມ ມອບໃຫ້ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນແຂວງເຊກອງ ແຫ່ງ ສປປ ລາວ ໄລຍະປີ 2026-2030 ແລະ ໄດ້ມອບໃຫ້ແຂວງເຊກອງ ຈັດຕັ້ງປະຕິບັດ ໂດຍການວາງສີລາລືກໂຄງການໃນມື້ນີ້ ເປັນຫຼັກຖານພິຍານແຫ່ງມິດຕະພາບທີ່ສະໜິດແໜ້ນ ແລະ ຊື່ສັດບໍລິສຸດ ລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ແລະ ຍັງເປັນສັນຍາລັກຂອງຄວາມຮັກແພງອ້າຍນ້ອງ “ເປັນຈິດໜຶ່ງໃຈດຽວ”, “ແບ່ງທຸກແບ່ງສຸກຮ່ວມກັນ”, ຂອງການເປັນຫ່ວງເປັນໃຍຢ່າງເລິກເຊິ່ງ ຈາກນະຄອນດາໜັງ ຕໍ່ກັບປະຊາຊົນບັນດາເຜົ່າແຂວງເຊກອງ ແລະ ເຊື່ອໝັ້ນວ່າ ເມື່ອໂຮງໝໍມິດຕະພາບດາໜັງ-ເຊກອງ ສຳເລັດ ແລະ ເປີດໃຊ້ງານແລ້ວ ຈະປະກອບສ່ວນຢ່າງສໍາຄັນ ໃນການປັບປຸງຄຸນນະພາບການດູແລສຸຂະພາບ, ການກວດ, ປິ່ນປົວພະຍາດໃຫ້ແກ່ປະຊາຊົນບັນດາເຜົ່າ ເມືອງທ່າແຕງ ແຂວງເຊກອງ ແລະ ເຂດບໍລິເວນອ້ອມຂ້າງ, ຫຼຸດຜ່ອນຄວາມຫຍຸ້ງຍາກ ກ່ຽວກັບໄລຍະຫ່າງທາງພູມສາດ, ສະພາບເສດຖະກິດ, ຈະຊ່ວຍໃຫ້ພີ່ນ້ອງບັນດາເຜົ່າທີ່ປະສົບກັບໂລກໄພໄຂ້ເຈັບໜ້ອຍລົງ.

ແຫຼ່ງຂ່າວ: ແຂວງເຊກອງ

Related Articles

Leave a Reply