Vientiane Times Lao
ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ ແລະ ລະບົບນໍ້າພຸ ສວນປະຕູໄຊຈະມອບ-ຮັບໃນເດືອນມີນາ 2021 ນີ້

ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ ແລະ ລະບົບນໍ້າພຸ ສວນປະຕູໄຊຈະມອບ-ຮັບໃນເດືອນມີນາ 2021 ນີ້

ປັດຈຸບັນນີ້, ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ 7 ເສັ້ນທາງໃຈກາງຕົວເມືອງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸ ສວນປະຕູໄຊ ກໍາລັງເລັ່ງໃສ່ການຟື້ນຟູທາງຍ່າງ, ປັບປຸງບ່ອນຕິດຕັ້ງຕີນເສົາ ຈໍານວນໜຶ່ງ, ຕິດຕັ້ງລະບົບກ້ອງວົງຈອນປິດ ແລະ ຫ້ອງຄວບຄຸມທັງລະບົບສັນຍານສົ່ງຂໍ້ມູນເພື່ອໃຫ້ສໍາເລັດຕາມແຜນໃນເດືອນກຸມພານີ້ ກ່ອນທີ່ຈະມີການມອບ-ຮັບໃນວັນທີ 25 ມີນາ 2021.

ໂດຍລວມແລ້ວໂຄງການດັ່ງກ່າວແມ່ນສໍາເລັດໂດຍພື້ນຖານພາຍຫຼັງທີ່ເລີ່ມປະຕິບັດມາແຕ່ເດືອນກັນຍາ 2020 ຊຶ່ງໄດ້ສໍາເລັດການຕິດຕັ້ງໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ແລະ ສໍາເລັດການຕິດຕັ້ງລະບົບນໍ້າພຸ ສວນປະຕູໄຊ ແລະ ມີພິທີເປີດນໍາໃຊ້ຢ່າງເປັນທາງການເມື່ອບໍ່ດົນມານີ້ ໂດຍການເຂົ້າຮ່ວມຂອງເຈົ້າຄອງນະຄອນຫຼວງວຽງຈັນ ທ່ານ ປອ. ສິນລະວົງ ຄຸດໄພທູນ, ລັດຖະມົນຕີກະຊວງ ອຸດສາຫະຫໍາ ແລະ ການຄ້າ ທ່ານນາງເຂັມມະນີ ພົນເສນາ ແລະ ເອກອັກຄະລັດຖະທູດ ຈີນປະຈໍາ ສປປ ລາວ ທ່ານ ຈ່ຽງຈ້າຍ ຕຸ່ງ.

ໂຄງການຍົກລະດັບໄຟເຍືອງທາງໃນເທດສະບານ 7 ເສັ້ນທາງ ໃຈກາງຕົວເມືອງນະຄອນຫຼວງວຽງຈັນ ແລະ ລະບົບນໍ້າພຸ ສວນປະຕູໄຊ ໄດ້ຮັບການຊ່ວຍເຫຼືອຈາກລັດຖະບານຈີນ ມູນຄ່າສູງເຖິງ 87,5 ລ້ານຢວນ ເພື່ອເປັນຂອງຂວັນໃຫ້ແກ່ລັດຖະບານລາວ ແລະ ປະຊາຊົນລາວ ໃນການສະເຫຼີມສະຫຼອງວັນຊາດທີ 2 ທັນວາ ຄົບຮອບ 45 ປີ( 2 ທັນວາ 1975 – 2 ທັນວາ 2020 ).

ຂ່າວ: ວຽງຈັນທາຍ

ພາບ: ສັງຄົມໃຊ

Related Articles

Leave a Reply