Vientiane Times Lao
ໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນຊ່ວຍຫຼຸດຄ່າໃຊ້ຈ່າຍ

ໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນຊ່ວຍຫຼຸດຄ່າໃຊ້ຈ່າຍ

ໂຄງການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ຊ່ວຍຫຼຸດຄ່າໃຊ້ຈ່າຍໜ້ອຍລົງ ແລະ ທັງເປັນການດຶງດູດໃຫ້ທຸກຄົວເຮືອນເຂົ້າມາເຮັດສັນຍາໃຊ້ບໍລິການຫຼາຍຂຶ້ນ.

ທ່ານ ບຸນຈັນ ແກ້ວສີທຳມະ ຫົວໜ້າຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ກ່າວໃນກອງປະຊຸມປຶກສາຫາລືກ່ຽວກັບໂຄງການບໍລິການເກັບມ້ຽນຂີ້ເຫຍື້ອແບບບໍ່ລວມສູນ ພາຍໃຕ້ໂຄງການສ້າງຄວາມອາດສາມາດຄຸ້ມຄອງນ້ຳເປື້ອນ ແລະ ຂີ້ເຫຍື້ອ ສຳລັບປັບປຸງສິ່ງແວດລ້ອມຕົວເມືອງ ໃນ ສປປ ລາວ ເມື່ອບໍ່ດົນມານີ້ ທີ່ນະຄອນຫຼວງວຽງຈັນ ວ່າ: ເພື່ອເພີ່ມການເຂົ້າເຖິງການບໍລິການ ເກັບມ້ຽນ ແລະ ກຳຈັດຂີ້ເຫຍື້ອທົ່ວເຖິງ ຢູ່ພາຍໃນນະຄອນຫຼວງວຽງຈັນ ແລະ ທັງເປັນການສະໜອງການບໍລິການເກັບມ້ຽນຂີ້ເຫຍື້ອ ໃນເຂດທີ່ບໍ່ສາມາດເຂົ້າເຖິງການບໍລິການໄດ້ນັ້ນ, ທາງຫ້ອງການຄຸ້ມຄອງ ແລະ ບໍລິການຕົວເມືອງວຽງຈັນ ໄດ້ປັບຮູບແບບຂອງລົດເກັບມ້ຽນຂີ້ເຫຍື້ອ, ໄດ້ເລືອກຂະໜາດນ້ອຍ ເພື່ອໃຫ້ເໝາະສົມກັບບໍລິມາດຂອງຂີ້ເຫຍື້ອ, ສາມາດຄວບຄຸມດ້ວຍລະບົບອັດຕະໂນມັດ ແລະ ສາມາດປ່ຽນຖ່າຍໃຫ້ລົດຂີ້ເຫຍື້ອຂະໜາດໃຫຍ່ໄດ້.

ສ່ວນຄ່າບໍລິການ ແລະ ລະບົບໃໝ່ນີ້, ຢູ່ບັນດາຄົວເຮືອນໄດ້ສະເໜີເກັບຄ່າບໍລິການ 7.000 ກີບຕໍ່ຄົນ/ຕໍ່ເດືອນ ອີງຕາມຈຳນວນສະມາຊິກພາຍໃນເຮືອນ ຊຶ່ງການນຳໃຊ້ມາດຕະການແບບນີ້ ຈະເຮັດໃຫ້ຄອບຄົວທີ່ມີສະມາຊິກໜ້ອຍຄົນຈ່າຍໜ້ອຍລົງ ທັງນີ້ຍັງເປັນການດຶງດູດໃຫ້ທຸກຄົວເຮືອນເຂົ້າມາເຮັດສັນຍາໃຊ້ບໍລິການຫຼາຍຂຶ້ນ ແລະ ສ່ວນພາກທຸລະກິດ ແລະ ອົງກອນຕ່າງໆອັດຕາຄ່າບໍລິການແມ່ນຄິດໄລ່ເປັນບໍລິມາດ ຫຼື ເປັນຖົງໃນລາຄາ 10.000 ກີບຕໍ່ຖົງ.

ຂໍ້ມູນຂ່າວ: ບຸນພະຈັນ

Related Articles

Leave a Reply