Vientiane Times Lao
ໂຄງການລາວແຟຊັ້ນວີກ ອາດເລື່ອນຖ້າຍັງມີການລະບາດຂອງ COVID-19

ໂຄງການລາວແຟຊັ້ນວີກ ອາດເລື່ອນຖ້າຍັງມີການລະບາດຂອງ COVID-19

ໂຄງການລາວແຟຊັ້ນວີກ ອາດເລື່ອນຖ້າສະພາບການລະບາດຂອງເຊື້ອຈຸລະໂລກສາຍພັນໃໝ່ 2019 ຍັງທະວີຄວາມຮຸນແຮງໃນປະເທດຕ່າງໆ.

ນາງ ປານີ ໄຊຍະວົງ ຜູ້ກໍ່ຕັ້ງໂຄງການລາວ ແຟຊັ້ນວີກ ໄດ້ໃຫ້ສຳພາດໃນວັນທີ 12 ມີນາ ທີ່ຜ່ານມາວ່າ ຕາມແຜນປົກກະຕິຂອງໂຄງການແລ້ວແມ່ນຈະໄດ້ຈັດໃນອາທີດທີສອງຂອງເດືອນກັນຍາ ສ່ວນສະຖານທີ່ຈະແຈ້ງອີກເທື່ອໝຶ່ງເພາະໂຄງການດັ່ງກ່າວແມ່ນຈະຈັດໃຫຍ່ຂຶ້ນໃນທຸກໆປີ ເພື່ອສົ່ງເສີມນັກອອກແບບທັງພາຍໃນ ແລະ ຕ່າງປະເທດ ນຳເອົາເສື້ອຜ້າທີ່ຂະເຈົ້າອອກແບບມາສະແດງໃນເວທີດັ່ງກ່າວ

ແຕ່ຍ້ອນປະຈຸບັນກຳລັງມີການລະບາດຂອງເຊື້ອພະຍາດດັ່ງກ່າວໃນຫຼາຍປະເທດ ທາງຄະນະກຳມະການໂຄງການຕ້ອງໄດ້ຕິດຕາມ ແລະ ປະເມີນກ່ອນສອງເດຶອນທີ່ຈະຈັດງານ.

ຖ້າຫາກວ່າສະພາບການຍັງບໍ່ກັບມາປົກກະຕິທາງໂຄງການກໍ່ຕ້ອງໄດ້ເລື່ອນງານອອກໄປ ເພື່ອປ້ອງການຄວາມສ່ຽງໃນການຕິດເຊື້ອພະຍາດດັ່ງກ່າວ

ຂ່າວ-ພາບ: ສີສຸພັນ ອຳພອນພົງ

Related Articles

Leave a Reply