ໂຄງການກໍ່ສ້າງອຸມົງກຸລົງຂອງໂຄງການລົດໄຟລາວ-ຈີນ ໄດ້ສໍາເລັດການເຈາະທະລຸອຸມົງທີ່ມີຄວາມຍາວເປັນອັນດັບ 3 ຂອງໂຄງການທາງລົດໄຟລາວ-ຈີນ ໃນວັນທີ 29 ເມສາ 2020.
ອຸມົງດັ່ງກ່າວ ຢູ່ເຂດບ້ານກຸລົງ, ເມືອງ ນາໝໍ້, ເເຂວງ ອຸດົມໄຊ ມີຄວາມຍາວ 9,020 ເເມັດ ໄດ້ເຈາະທະລຸສໍາເລັດກ່ອນກໍານົດ 43 ວັນ ເຊິ່ງເປັນການສະເເດງໃຫ້ເຫັນເຖິງຄວາມພະຍາຍາມຂອງບັນດາຜູ້ກໍ່ສ້າງໃນໂຄງການທາງລົດໄຟລາວ-ຈີນ ທີ່ຍາດໄດ້ໄຊຊະນະ ເເລະ ຜົນສຳເລັດໃນໄລຍະການເເຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ຜູ້ຮັບຜິດຊອບຂອງ ບໍລິສັດ ທາງລົດໄຟ ລາວ-ຈີນ ຈຳກັດ ໄດ້ແຈ້ງໃຫ້ຊາບວ່າ ອຸມົງ ດັ່ງກ່າວເເມ່ນຢູ່ໃນຂອບເຂດທໍລະນີສາດທີ່ ສະຫຼັບສັບຊ້ອນ, ເຕັມໄປດ້ວຍລະບົບນໍ້າໃຕ້ດິນ ຊຶ່ງເພີ່ມຄວາມຫຍຸ້ງຍາກຫຼາຍຕໍ່ວຽກງານກໍ່ສ້າງ, ມີຄວາມສ່ຽງສູງດ້ານຄວາມປອດໄພ. ອຸມົງດັ່ງກ່າວເເມ່ນໄດ້ເລີ່ມດຳເນີນການກໍ່ສ້າງມາເເຕ່ເດືອນມີນາ 2017. ບໍລິສັດຮັບເໝົາກໍ່ສ້າງເເມ່ນໄດ້ມີການຍົກລະດັບການຈັດຕັ້ງວຽກງານກໍ່ສ້າງ, ເພີ່ມທະວີການສຶກສາຄົ້ນຄວ້າເຕັກນິກການກໍ່ສ້າງອຸມົງໃນ ລັກສະນະນີ້ ຊຶ່ງໄດ້ສຳເລັດສຶກສາ 6 ມາດຕະຖານເຕັກນິກ ເເລະ ສິລະປະດ້ານວິສະວະກຳກໍ່ສ້າງ, ເອົາຊະນະບັນຫາລະບົບທໍລະນີສາດ, ຊັ້ນດິນທີ່ມີອັນສະຫຼັບສັບຊ້ອນ, ອຸນຫະພຸມໃຕ້ດິນສູງ, ຮັບປະກັນການກໍ່ສ້າງມີຄວາມປອດໄພ, ມີຄຸນນະພາບ ເເລະ ມີປະສິດທິພາບ.
ມາຮອດວັນທີ 27 ມີນາ 2020 ໂຄງການກໍ່ສ້າງທາງລົດໄຟລາວ-ຈີນໄດ້ເລີ່ມດໍາເນີນການປູລາງລົດໄຟຢ່າງເປັນທາງການ ເເລະ ເສັ້ນທາງລົດໄຟຈີນ-ລາວ ຢູ່ເບື້ອງຈີນ ເເມ່ນໄດ້ເລີ່ມດຳເນີນການປູລາງໃນວັນທີ 7 ເມສາ 2020 ຊຶ່ງໄດ້ສ້າງພື້ນຖານອັນສໍາຄັນໃຫ້ໂຄງການທາງລົດໄຟລາວ-ຈີນ ໃຫ້ສາມາດເປີດດຳເນີນການໄດ້ຕາມແຜນການໃນປີ 2021.
ໂຄງການທາງລົດໄຟລາວ-ຈີນ ເປັນເສັ້ນທາງເຊື່ອມຈອດ ຄຸນໝິງ ສປ ຈີນ ເເລະ ນະຄອນຫຼວງວຽງຈັນ ສປປ ລາວ, ເປັນໂຄງການສັນຍາລັກແຫ່ງ “ໜຶ່ງເເລວ, ໜຶ່ງເສັ້ນທາງ”, ມິດຕະພາບລາວ-ຈີນ. ພາຍຫຼັງໂຄງການສໍາເລັດການກໍ່ສ້າງເເລ້ວ ຈະເປັນເເຮງຊ່ວຍໃນການເພີ່ມທະວີການພົວພັນລະຫວ່າງ ປະຊາຊົນລາວ ເເລະ ປະຊາຊົນຈີນ ເເລະ ມີຄວາມໝາຍຄວາມສຳຄັນຕໍ່ນະໂຍບາຍ “ໜຶ່ງເເລວ, ໜຶ່ງເສັ້ນທາງ” ເເລະ ຍຸດທະສາດ “ການຫັນປ່ຽນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ກາຍເປັນປະເທດທີ່ມີທາງເຊື່ອມຈອດ”.
ຂ່າວ: ວຽງຈັນທາຍ (ແຫຼ່ງຂ່າວ ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ)
ພາບ: ບໍລິສັດທາງລົດໄຟລາວ-ຈີນ ຈຳກັດ


