ໂຄງການກໍ່ສ້າງທາງດ່ວນ ນະຄອນຫຼວງວຽງຈັນ ໝາຍເລກ 1 ສືບຕໍ່ມອບເງິນຊົດເຊີຍຂອບເຂດ ເມືຶອງໄຊເສດຖາ ນະຄອນຫລວງວຽງຈັນ ດິນຈຳນວນ 534 ຕອນ ທີ່ສຳຫຼວດ ແລະ ວັດແທກແລ້ວ ແລະ ສີ່ງປຸກສ້າງ 134 ຫຼັງ.
ພິທີມອບ-ຮັບ ການຊົດເຊີຍໄດ້ຈັດຂື້ນທີ່ສະໂມສອນຫ້ອງການປົກຄອງເມືອງ ໄຊເສດຖາ ໃນວັນທີ 5 ເດືອນມີນາ 2020 ເຊີ່ງລວມມີດິນ 299 ຕອນ ເນື້ອທີ່ 91.9 ເຮັກຕາ ລວມມູນຄ່າຊົດເຊີຍຫຼາຍກ່ວາ 199 ຕື້ກີບ.
ຜ່ານມາ ທາງຄະນະຮັບຜິດຊອບໂຄງການໄດ້ມີການມອບ-ຮັບ ຄ່າຊົດເຊີຍມາແລ້ວຫຼາຍຄັ້ງ ເຊິ່ງໄດ້ຮັບຄວາມຮ່ວມມືຈາກຜູ້ມີສິດຖືຄອງທີ່ດີນ ແລະ ສີ່ງປຸກສ້າງທີ່ໄດ້ຮັບຜົນກະທົບຈາກໂຄງການດັ່ງກ່າວ ຕະຫຼອດມາ.
ໂຄງການກໍ່ສ້າງເສັ້ນທາງດັ່ງກ່າວມີຄວາມຍາວປະມານ 15.9 ກິໂລແມັດ ກວມເອົາ 14 ບ້ານ ຢູ່ເມືອງໄຊເສດຖາ ແລະ 7 ບ້ານ ຢູ່ເມືອງໄຊທານີ.
ຄັ້ງຕໍ່ໄປທາງຄະນະຮັບຜິດຊອບຈະສືບຕໍ່ຊົດເຊີຍໃນສ່ວນທີ່ຍັງຄົງຄ້າງ ແລະ ແນະນຳໃຫ້ໄປພົວພັນນຳໜ່ວຍງານທີ່ກ່ຽວຂ້ອງຕາມໂມງລັດຖະການ ເພື່ອເນັ້ນໃຫ້ມີຄວາມວ່ອງໄວ ແລະ ຫຼີກລ້ຽງຈາກການມາໂຮມກັນຫຼາຍຄົນ ແລະ ຫຼີກລ້ຽງຄວາມສ່ຽງຕິດເຊື້ອພະຍາດ COVID-19 ຕາມການຊີ້ນຳຂອງລັດຖະບານ.
ຂ່າວ-ພາບ: ຄຳພັນ