Vientiane Times Lao
 ໂຄງການອະນຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ໄດ້ຄຸ້ມຄອງສັດທັງໝົດ 197 ໂຕ ໃນໄລຍະ 6 ເດືອນຕົ້ນປີ

 ໂຄງການອະນຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ໄດ້ຄຸ້ມຄອງສັດທັງໝົດ 197 ໂຕ ໃນໄລຍະ 6 ເດືອນຕົ້ນປີ

ໃນໄລຍະ 6 ເດືອນ 2025 ທີ່ຜ່ານມາ, ໂຄງການອະນຸລັກໝີລາວ ໄລຍະ IV ແລະ ສູນຮັກສາພັນສັດປ່າ ຢູ່ນະຄອນຫຼວງພະບາງ ແຂວງຫຼວງພະບາງ ໄດ້ຄຸ້ມຄອງສັດ 9 ສາຍພັນ ລວມທັງໝົດ 197 ໂຕ, ໃນນັ້ນ, ໝີດຳ 133 ໂຕ, ເໝືອຍ 9 ໂຕ, ແພນດ້າແດງ 2 ໂຕ, ລີງ 42 ໂຕ, ທະນີ 2 ໂຕ, ໝາຈອກ 2 ໂຕ, ຟານ 1 ໂຕ, ເສືອໄຟ 1 ໂຕ, ເສືອແມວ 2 ໂຕ, ນົກແກ້ວ 1 ໂຕ ແລະ ເຕົ່າ 2 ໂຕ. ໄດ້ສະໜັບສະໜູນງົບປະມານ ເຂົ້າໃນວຽກງານສະກັດກັ້ນການລ່າ ແລະ ຄ້າຂາຍສັດປ່າທີ່ຜິດກົດໝາຍ ສາມາດຊ່ວຍເຫຼືອສັດປ່າ ຢູ່ແຂວງຫຼວງພະບາງ, ແຂວງອຸດົມໄຊ, ນະຄອນຫຼວງວຽງຈັນ, ແຂວງເຊກອງ ແລະ ແຂວງບໍ່ແກ້ວ ປະກອບມີ: ໝີ 4 ໂຕ, ລີງ 5 ໂຕ, ເສືອແມວ 4 ໂຕ, ເຕົ່າ 2 ໂຕ ແລະ ຟານ 1 ໂຕ.

ສັດແຕ່ລະຊະນິດທີ່ຢູ່ໃນການຄຸ້ມຄອງ ໄດ້ຮັບການກວດສຸຂະພາບ, ປີ່ນປົວພະຍາດ ແລະ ບາດແຜ ທັງປ່ອຍຄືນສູ່ທຳມະຊາດ.

ແຫຼ່ງຂ່າວ: ແຂວງຫຼວງພະບາງ

Related Articles

Leave a Reply