ບັນດາໂຮງຮຽນໃນທົ່ວປະເທດ ເອົາໃຈໃສ່ປະຕິບັດຕາມແຈ້ງການຂອງກະຊວງສຶກສາທິການ ແລະ ກິລາ ແລະ ຄະນະສະເພາະກິດ ໃນການປ້ອງກັນ ການແຜ່ລະບາດຂອງເຊື້ອພະຍາດໂຄວິດ-19.
ທ່ານ ນາງ ປານີ ໄຊທົງເດດ ຄະນະອຳນວຍການໂຮງຮຽນ ສອງພາສາແສງສະຫັວນ ຕັ້ງຢູ່ບ້ານຊຳເກດ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ໄດ້ໃຫ້ສຳພາດຕໍ່ນັກຂ່າວວຽງຈັນທາຍ ໃນວັນທີ 18 ພຶດສະພາ 2020 ນີ້ວ່າ ມື້ນີ້ແມ່ນມື້ທຳອິດ ຂອງການເປີດການຮຽນ ການສອນຄືນໃໝ່ໃນຊັ້ນປະຖົມສົມບູນປີທີ 5 ມັດທະຍົມສຶກສາ ຕອນຕົ້ນປີທີ 4 ແລະ ມັດທະຍົມສຶກສາຕອນປາຍປີທີ 7 ຂອງຫຼາຍໂຮງຮຽນໃນທົ່ວປະເທດ ລວມທັງໂຮງຮຽນຂອງພວກເຮົາພາຍຫຼັງໄດ້ຢຸດການຮຽນ-ການສອນຕັ້ງແຕ່ກາງເດືອນມີນາ ເປັນຕົ້ນມາຍ້ອນການແຜ່ລະບາດຂອງພະຍາດໂຄວິດ-19.
ນາງ ປານີ ໄຊທົງເດດ ກ່າວຕື່ມວ່າ ພາຍຫຼັງໄດ້ມີແຈ້ງການກ່ຽວກັບການເປີດການຮຽນ ການສອນຄືນໃໝ່ ທາງໂຮງຮຽນໄດ້ຈັດກອງປະຊຸມເພຶ່ອກຽມພ້ອມໃນການເປີດການຮຽນ ການສອນ ຄືນໃໝ່ ລວມທັງເຜີຍແຜ່ລະບຽບການຕ່າງໆຂອງກະຊວງສຶກສາທິການ ແລະ ກິລາ ກໍ່ຄືຂັ້ນເທິງວາງອອກເຊັ່ນເຮັດຄວາມສະອາດຫ້ອງຮຽນ, ພົ່ນຢາຂ້າເຊື້ອຢູ່ໃນຫ້ອງຮຽນ ແລະ ອ້ອມສະຖານທີ່ຂອງໂຮງຮຽນເພື່ອຫຼຸດຜ່ອນຄວາມສ່ຽງຕໍ່ການຕິດເຊື້ອ. ໂຮງຮຽນ ໄດ້ປະຕິບັດຕາມມາດຕະການແນະນໍາຕ່າງໆ ຂອງຄະນະສະເພາະກິດ ຢ່າງເຂັ້ມງວດ ເປັນຕົ້ນແມ່ນຈັດບ່ອນນັ່ງທີ່ເໝາະສົມສຳລັບນັກຮຽນທີ່ມີໄລຍະຫ່າງ ຢ່າງໜ້ອຍ 1 ແມັດ.
ອີງຕາມແຈ້ງການຫຼ້າສຸດ ຂອງສຳນັກງານນາຍົກລັດຖະມົນຕີ ໃນວັນທີ 15 ພຶດສະພາ 2020 ກ່ຽວກັບມາດຕະການຜ່ອນຜັນ ໃນການປ້ອງກັນພະຍາດໂຄວິດ-19, ໄດ້ອະນຸຍາດໃຫ້ຊັ້ນຮຽນ ປີສຸດທ້າຍໃນໂຮງຮຽນປະຖົມ, ມັດທະຍົມຕອນຕົ້ນ ແລະ ຕອນປາຍ ເປີດການຮຽນ-ການສອນຄືນໃໝ່ ໃນວັນທີ 18 ພຶດສະພາ 2020. ສໍາລັບໂຮງຮຽນອະນຸບານ ແລະ ຊັ້ນຮຽນອື່ນໆ ຂັ້ນປະຖົມ ແລະ ມັດທະຍົມ, ສະຖາບັນການສຶກສາ, ວິທະຍາໄລ ແລະ ມະຫາວິທະຍາໄລ ຈະໄດ້ເປີດຄືນໃໝ່ ໃນວັນທີ 2 ມິຖຸນາ 2020 ນີ້.
ຂ່າວ: ເພັດໂພໄຊ
ພາບ: ຄໍາພັນ