Vientiane Times Lao
ໂຮງໝໍກະ​ເສມຣາດ ຈະເປັນທາງເລືອກໃຫ້ຄົນລາວປິ່ນປົວສຸຂະພາບ

ໂຮງໝໍກະ​ເສມຣາດ ຈະເປັນທາງເລືອກໃຫ້ຄົນລາວປິ່ນປົວສຸຂະພາບ

ໂຮງໝໍກະ​ເສມຣາດ ອິນ​ເຕີ​ເນເ​ຊີນ​ແນວ ວຽງຈັນ (Kasemrad International Hospital Vientiane) ​ຕັ້ງຢູ່​ບ້ານດອນ​ນົກ​ຂຸ້ມ ເມືອງ​ສີສັດ​ຕະ​ນາກ ນະ​ຄອນຫຼວງວຽງ​ຈັນ ຄາດວ່າຈະ ສໍາເລັດການກໍ່ສ້າງ ແລະ ເປີດໃຫ້ບໍລິການໃນປີ 2021 ໂດຍມີອາຄານທັງໝົດ 4 ຫຼັງ ລວມມີ 38 ຫ້ອງກວດ ແລະ 254 ຕຽງນອນຄົນເຈັບ ຊຶ່ງການ​​ບໍ​ລິ​ການຈະປະ​ກອບມີການ​ບໍ​ລິ​ການ ​ຜູ້​ປ່ວຍພາຍນອກ, ຜູ້​ປ່ວຍພາຍໃນ, ການ​ບໍ​ລິ​ການ ​ຜູ້​ປ່ວຍທີ່ເກີດຈາກອຸ​ບັດ​ເຫດ​ສຸກ​ເສີນ, ການ​ບໍ​ລິ​ການ​ຜູ້​ປ່ວຍວິ​ກິດ ແລະ ອື່ນໆ.

ໂຮງໝໍດັ່ງກ່າວໄດ້ເລີ່ມການກໍ່ສ້າງນັບແຕ່ ເດືອນພຶດສະພາ ປີ 2018 ໂດຍແບ່ງການກໍ່ສ້າງອອກເປັນ 2 ໄລຍະ ລວມມູນຄ່າການລົງທຶນປະມານ 480 ຕື້ກີບ (60 ລ້ານໂດລາສະຫະລັດ).

ທ່ານ ນາງ ວາລີ ເວດສະພົງ ຜູ້ຮ່ວມລົງທຶນ ຝ່າຍລາວໄດ້ກ່າວໃນບໍ່ດົນມານີ້ວ່າ: ໂຮງໝໍກະເສມຣາດ ຈະເປັນໂຮງໝໍທີ່ທັນສະໄໝ ແລະ ຄົບວົງຈອນ ເຊິ່ງຈະເປັນທາງເລືອກໜຶ່ງສໍາລັບຄົນລາວ ໂດຍສະເພາະແມ່ນຜູ້ທີ່ມັກໄປປິ່ນປົວສຸຂະພາບຢູ່ຕ່າງປະເທດ. ບຸກຄະລາກອນໃນເບື້ອງຕົ້ນຈະນໍາໃຊ້ຊ່ຽວຊານຈາກຕ່າງປະເທດ.

ປະຈຸບັນ ທົ່ວປະເທດ ມີໂຮງໝໍເອກະຊົນທັງໝົດແລ້ວ 17 ແຫ່ງ ເຊັ່ນ: ໂຮງໝໍແມ່ນໍ້າຂອງ ນະຄອນຫຼວງວຽງຈັນ, ໂຮງໝໍມັງກອນ ສາກົນ ຢູແຂວງອຸດົມໄຊ ແລະ ໂຮງໝໍອື່ນໆ.  

ຂ່າວ: ວຽງຈັນທາຍ

ພາບ: ສົທພາວັນ

Related Articles

Leave a Reply