Vientiane Times Lao
ໂຮງໝໍແຂວງຈໍາປາສັກ ມີເຄື່ອງກວດຫາເຊື້ອໂຄວິດ-19 ສໍາລັບ 4 ແຂວງພາກໃຕ້ແລ້ວ

ໂຮງໝໍແຂວງຈໍາປາສັກ ມີເຄື່ອງກວດຫາເຊື້ອໂຄວິດ-19 ສໍາລັບ 4 ແຂວງພາກໃຕ້ແລ້ວ

ໂຮງໜໍແຂວງຈຳປາສັກ ຮ່ວມກັບຊ່ຽວຊານຈາກກະຊວງສາທາລະນະສຸກ, ຊ່ຽວຊານແພດ ທີ່ມາຈາກ ສປ ຈີນ ແລະ ຊ່ຽວຊານຈາກອົງການອະນາໄມໂລກ ເມື່ອບໍ່ດົນມານີ້ ໄດ້ທຳການຕິດຕັ້ງປະກອບເຄື່ອງກວດຫາເຊື້ອພະຍາດອັກເສບປອດ ຈາກເຊື້ອຈຸລະໂລກສາຍພັນໃໝ່ ໂຄວິດ-19 ທີ່ໂຮງໝໍແຂວງຈຳປາສັກ.

ອີງຕາມແຫຼ່ງຂໍ້ມູນຈາກໂຮງໝໍແຂວງຈໍາປາສັກ ເຄື່ອງກວດດັ່ງກ່າວ ເປັນເຄື່ອງໃຫຍ່ ທີ່ສາມາດກວດໄດ້ເຖີງ 92 ຕົວຢ່າງ ອ່ານຜົນພາຍໃນເວລາ 120 ນາທີ ຈະສາມາດຮອງຮັບຕົວຢ່າງທີ່ສົ່ງມາຈາກ 4 ແຂວງພາກໃຕ້ໄດ້ ເຊິ່ງມັນຈະສາມາດກວດຈຳນວນຫຼາຍ ແລະ ສະດວກໃນການສົ່ງຕົວຢ່າງ.

ການຕິດຕັ້ງເຄື່ອງກວດດັ່ງກ່າວ ແມ່ນເພື່ອເປັນການກຽມຄວາມພ້ອມໃນການກວດຫາເຊື້ອພະຍາດ ໂຄວິດ-19 ຢູ່ບັນດາແຂວງພາກໃຕ້ ໃຫ້ມີຄວາມທັນສະໄໝ ແລະ ວ່ອງໄວ ໃນການວິເຄາະ.

ຂ່າວ: ວຽງຈັນທາຍ

ພາບ: ໂຮງໝໍແຂວງຈໍາປາສັກ

Related Articles

Leave a Reply