Vientiane Times Lao
ໂຮງໝໍແຂວງບໍ່ແກ້ວໄດ້ຮັບ​ອຸ​ປະ​ກອນ​ການ​ແພດ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ

ໂຮງໝໍແຂວງບໍ່ແກ້ວໄດ້ຮັບ​ອຸ​ປະ​ກອນ​ການ​ແພດ​ຈາກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ

ໂຮງໝໍແຂວງບໍ່ແກ້ວໄດ້ຮັບເຄື່ອງຊ່ວຍເຫຼືອປະເພດຫ້ອງທົດລອງສໍາເລັດຮູບສໍາລັບການກວດພະຍາດໂຄວິດ -19 ແລະ ອຸປະກອນລວມມີເຄື່ອງປັບອາກາດ ໄຟຟ້າ ລະບົບກອງອາກາດ ແລະ ໝູນວຽນຕາມມາດຖານ ເພື່ອຮອງຮັບອຸປະກອນ.

ພິທີມອບຮັບອຸ​ປະ​ກອນ​ດັ່ງ​ກ່າວໄດ້ຈັດຂຶ້ນໃນວັນທີ 28 ພຶດສະພາ 2021 ທີ່​ຜ່ານ​ມານີ້, ທີ່ດ່ານຂົວມິດຕະພາບລາວ-ໄທ ແຫ່ງທີ 4 (ຫ້ວຍຊາຍ-ຊຽງ​ຂອງ) ຕາງໜ້າຝ່າຍໄທກ່າວມອບໂດຍ ທ່ານ​ໝໍ ວັດຊະຣະພົງ ຄໍາຫຼ້າ ຫົວໜ້າ ພະແນກສາທາລະນະສຸກ ແຂວງ ຊຽງຣາຍ າຊະອານາຈັກໄທ ແລະ ກ່າວ​ຮັບ​ໂດຍ​ທ່ານ ດຣ ບຸນຍະເວດ ວົງຄໍາຊ່າວ ຫົວໜ້າ ພະແນກສາທາລະນະສຸກແຂວງບໍ່ແກ້ວ.

 ນອກ​ນັ້ນ, ພະແນກສາທາລະນະສຸກ ແຂວງ ຊຽງຣາຍ ຈະສືບຕໍ່ມອບອຸປະກອນການແພດ ໃຫ້ໂຮງໝໍແຂວງບໍ່ແກ້ວຕື່ມອືກ ໃນ​ໄວໆ​ນີ້ ລວມມີເຄື່ອງກວດຫາເຊື້ອພະຍາດ ໂຄວິດ -19 ຄົບຊຸດ ຈໍານວນ 10 ລາຍການ ເພື່ອປະກອບເຂົ້າໃນຫ້ອງກວດດັ່ງກ່າວ.

ຂ່າວ: ເງິນຫຼົງ ຈິດພູວົງ

ພາບ:ຄຳພັນ ແກ້ວມະນີ

Related Articles

Leave a Reply