ອໍານາດການປົກຄອງແຂວງອັດຕະປື ບໍ່ດົນມານີ້ໄດ້ຈັດຊື້ເຄື່ອງຊ່ວຍຫາຍໃຈ ຈໍານວນ 1 ເຄື່ອງມອບໃຫ້ໂຮງໝໍ ແຂວງອັດຕະປື ລວມມູນຄ່າ 390 ລ້ານກີບ.
ຈຸດປະສົງການຈັດຊື້ເຄື່ອງດັ່ງກ່າວແມ່ນນໍາໃຊ້ເຂົ້າໃນວຽກງານການປິ່ນປົວຄົນເຈັບ ທີ່ມີບັນຫາທາງລະບົບຫາຍໃຈ ແລະ ເພື່ອກຽມພ້ອມ ໃນການຮັບມືກັບພະຍາດອັກເສບປອດ ຈາກເຊື້ອຈຸລະໂລກ ສາຍພັນໃໝ່ ໂຄວິດ-19 ທີ່ອາດຈະເກີດຂຶ້ນ.
ມາຮອດປະຈຸບັນ ຢູ່ ສປປ ລາວ ມີຜູ້ຕິດເຊື້ອພະຍາດໂຄວິດ-19 ພຽງແຕ່ 19 ຄົນ ແລະ ປີ່ນປົວຫາຍດີແລ້ວ 4 ຄົນ, ໃນນີ້ 1 ຄົນ ກໍາລັງໄດ້ຮັບການປີ່ນປົວຢູ່ໂຮງໝໍແຂວງຫຼວງພະບາງ ແລະ 14 ຄົນ ປີ່ນປົວຢູ່ໂຮງໝໍມິດຕະພາບ ນະຄອນຫຼວງວຽງຈັນ.
ຂ່າວ: ວຽງຈັນທາຍ