Vientiane Times Lao
ໄຂງານສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ຢູ່ເຂດກວາງຊີຂອງຈີນ

ໄຂງານສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ຢູ່ເຂດກວາງຊີຂອງຈີນ

ງານສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ທີ່ວິທະຍຸໂທລະພາບສູນກາງຈີນ ຫຼື CMG ແລະ ອົງການປົກຄອງເຂດປົກຄອງຕົນເອງເຜົ່າຈ້ວງກວາງຊີຈີນຮ່ວມກັນເປັນເຈົ້າພາບ ໄຂຂຶ້ນໃນວັນທີ 3 ພະຈິກ 2025 ຢູ່ນະຄອນໜານໜິງ ເທດສະບານເຂດກວາງຊີຂອງຈີນ ພາຍໃຕ້ຫົວຂໍ້ “ການເປີດກວ້າງ, ວັດທະນະທຳ, ຮ່ວມສາຍຍາດດຽວກັນ” . ມີເຈົ້າໜ້າທີ່ລັດຖະບານ, ທູຕານຸທູດປະຈຳຈີນ, ບຸກຄົນໃນວົງການສື່ມວນຊົນທີ່ມາຈາກຈີນ ແລະ ປະເທດສະມາຊິກອາຊຽນເຂົ້າຮ່ວມ 200 ກວ່າຄົນ.
ທ່ານ ຟ້ານຢູນ ຮອງຜູ້ອຳນວຍການໃຫຍ່ CMG, ຮອງບັນນາທິການໃຫຍ່ CGTN ມີຄຳເຫັນວ່າ: ກອງປະຊຸມຄົບຄະນະຄັ້ງທີ 4 ຂອງຄະນະກຳມະການສູນກາງພັກຄອມມູນິດຈີນສະໄໝທີ 20 ໄດ້ພິຈາລະນາ ແລະ ຮັບຮອງເອົາຂໍ້ສະເໜີກ່ຽວກັບການວາງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ 15 ໂດຍໄດ້ວາງແຜນການໃໝ່ກ່ຽວກັບວຽກງານທີ່ໃຫຍ່ຕ່າງໆ ເຊັ່ນ: ເປີດກວ້າງການເປີດປະຕູສູ່ພາຍນອກໃນລະດັບສູງ, ຮ່ວມກັນສ້າງ “ໜຶ່ງແລວໜຶ່ງເສັ້ນທາງ” ທີ່ມີຄຸນນະພາບສູງ ແລະອື່ນໆ. CMG ຈະຖືເອົາ “ ເປີດປະຕູສູ່ພາຍນອກ” ເປັນທິດຊີ້ນຳ, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອຄົ້ນຄວ້າການປະຍຸກໃຊ້ປັນຍາປະດິດ, ຖານຂໍ້ມູນໃຫຍ່, cloud computing ແລະ ເຕັກນິກປະດິດສ້າງໃໝ່ອື່ນໆໃນຂົງເຂດສື່ມວນຊົນຕື່ມອີກ, ເຮັດໃຫ້ຜົນງານການຮ່ວມມືດ້ານສື່ມວນຊົນສ້າງຜົນປະໂຫຍດໃຫ້ປະຊາຊົນບັນດາປະເທດໃນພາກພື້ນດີຂຶ້ນກວ່າເກົ່າ; ຖືເອົາ” ວັດທະນະທຳ” ເປັນສາຍເຊື່ອມຕໍ່, ຮ່ວມກັບຄູ່ຮ່ວມມືອາຊຽນ ເພື່ອວາງແຜນຈັດກິດຈະກຳແລກປ່ຽນວັດທະນະທຳທີ່ເຊື່ອມຕໍ່ຈິດໃຈປະຊາຊົນ, ຕິດແທດກັບຊີວິດການເປັນຢູ່ຂອງປະຊາຊົນ ແລະ ມີຄວາມອົບອຸ່ນຫຼາຍກວ່າເກົ່າ; ຖືເອົາ “ບ້ານເມືອງ” ເປັນຈຸດຢືນ, ສືບຕໍ່ເສີມຂະຫຍາຍທ່າແຮງດ້ານໂຄສະນາເຜີຍແຜ່ສາກົນຂອງ CMG ທີ່ກວມເອົາ 85 ພາສາ, ເວທີສັບພະສື່ຂອງ CGTN, ມີສະຖານີ 192 ແຫ່ງຢູ່ຕ່າງປະເທດ ແລະອື່ນໆ ເພື່ອເລົ່າເລື່ອງລາວກ່ຽວກັບຈີນ ແລະ ອາຊຽນຮ່ວມມືກັນແບບຕ່າງຝ່າຍຕ່າງໄດ້ຮັບຜົນປະໂຫຍດໃຫ້ດີ.
ທ່ານ ຄຳພັນ ເຜີຍຍະວົງ ຄະນະເລຂາທິການສູນກາງພັກ ຫົວໜ້າຄະນະໂຄສະນາອົບຮົມສູນກາງ ມີຄຳເຫັນຜ່ານທາງວີດີໂອວ່າ: ກິດຈະກຳຄັ້ງນີ້ບໍ່ພຽງແຕ່ໄດ້ສະທ້ອນເຖິງຈິດໃຈແຫ່ງການຮ່ວມມືເທົ່ານັ້ນ, ຍັງເປັນການຢັ້ງຢືນເຖິງສາຍພົວພັນອັນແໜ້ນແຟ້ນລະຫວ່າງປະຊາຊົນຈີນ-ອາຊຽນທີ່ມີມາແຕ່ດົນນານ. ຂ້າພະເຈົ້າເຫັນວ່າ ໃນຍຸກດີຈີຕອນ ທີ່ເຕັມໄປດ້ວຍການປ່ຽນແປງ, ບົດບາດຂອງສື່ມວນຊົນໄດ້ຫັນປ່ຽນໄປຢ່າງເຊິກເຊິ່ງ. ສື່ມວນຊົນບໍ່ພຽງແຕ່ເປັນຜູ້ລາຍງານຂ່າວ, ແຕ່ກາຍເປັນ “ຂົວຕໍ່” ທີ່ສຳຄັນໃນການເຊື່ອມໂຍງວັດທະນະທຳ ແລະ ສ້າງຄວາມເຂົ້າໃຈເຊິ່ງກັນແລະກັນ. ພວກເຮົາຮູ້ດີວ່າ ຈີນ ແລະ ອາຊຽນ ແມ່ນປະເທດບ້ານໃກ້ເຮືອນຄຽງເຊື່ອມຕໍ່ກັນທັງພູຜາ ແລະ ສາຍນ້ຳ, ສື່ມວນຊົນມີໜ້າທີ່ສ້າງຂົວຕໍ່ແຫ່ງມິດຕະພາບ ເພື່ອໃຫ້ປະຊາຊົນສອງປະເທດໄດ້ເຂົ້າໃຈ ແລະ ຮຽນຮູ້ເຊິ່ງກັນແລະກັນຫຼາຍຂຶ້ນ, ຕ້ອງຮ່ວມກັນນຳສະເໜີເລື່ອງລາວທີ່ສ້າງສັນ, ເລື່ອງລາວແຫ່ງການຮ່ວມມື ແລະ ການພັດທະນາ ເພື່ອສ້າງຄູ່ “ຮ່ວມສາຍຄາດຽວກັນ” ທີ່ໝັ້ນຄົງ, ເຂັ້ມແຂງ ແລະ ຍືນຍົງ. ໃນຖານະເປັນສະມາຊິກໜຶ່ງໃນຄອບຄົວອາຊຽນ, ປະເທດລາວ ພ້ອມຈະສົ່ງເສີມການຮ່ວມມືດ້ານສື່ມວນຊົນກັບຈີນ ແລະ ບັນດາປະເທດສະມາຊິກອາຊຽນ ໃຫ້ເຂົ້າສູ່ລວງເລິກ. ຂ້າພະເຈົ້າມີຄວາມເຊື່ອໝັ້ນຢ່າງຍິ່ງວ່າ “ສັບປະດາຮ່ວມມື” ໃນຄັ້ງນີ້ ຈະເປັນເວທີທີ່ສຳຄັນໃຫ້ພວກເຮົາ” ບັນລຸໄດ້ແນວຄິດໃໝ່ ແລະ ສຳຫຼວດເສັ້ນທາງໃໝ່” ເພື່ອຍົກລະດັບການຮ່ວມມືດ້ານສື່ມວນຊົນໃຫ້ກ້າວໄປຂ້າງໜ້າອີກຂັ້ນໜຶ່ງ.
ສັບປະດາການຮ່ວມມືຄັ້ງນີ້ ຍັງຈະຈັດກອງປະຊຸມສົນທະນາຊາວໜຸ່ມວົງການສື່ມວນຊົນຈີນ-ອາຊຽນ, ຊາວໜຸ່ມວົງການສື່ມວນຊົນສອງຝ່າຍຈະຄົ້ນຄວ້າເປິກສາຫາລືກ່ຽວກັບການປະດິດສ້າງໃໝ່ດ້ານການພັດທະນາ ແລະ ການຮ່ວມມືດ້ານສື່ມວນຊົນ ໂດຍປິ່ນອ້ອມ “ປັນຍາປະດິດສ້າງພະລັງຂັບເຄື່ອນໃຫ້ສື່ມວນຊົນ ແລະ ວັດທະນະທຳ” ລວມທັງ ຫົວຂໍ້ອື່ນໆ.
ສັບປະດາການຮ່ວມມືສື່ມວນຊົນ “ຄູ່ຮ່ວມມືອາຊຽນ” 2025 ຢູ່ເຂດກວາງຊີຂອງຈີນ ຈະດໍາເນີນໄປຮອດວັນທີ 8 ພະຈິກ 2025 ຈຶ່ງຈະສຳເລັດ.

Related Articles

Leave a Reply